ແພດໝໍແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ທັງໝົດ 4 ກໍລະນີ

368

ທີມແພດໂຮງໝໍແຂວງຜົ້ງສາລີ ປະສົບຜົນສໍາເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 4 ກໍລະນີຂອງແຂວງ ແລະ ໃນວັນທີ 18 ພຶດສະພາ 2021 ນີ້ ຢູ່ທີ່ໂຮງໝໍແຂວງຜົ້ງສາລີ ໄດ້ຈັດພິທີສົ່ງຜູ້ທີ່ປິ່ນປົວດີທັງ 4 ກໍລະນີ ກັບບ້ານ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ບຸນສາລີ ຈີດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ເມສາ ຫາ ວັນທີ 5 ພຶດສະພາ 2021 ແຂວງຜົ້ງສາລີ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 4 ຄົນ ແລະ ໄດ້ເຂົ້າຮັບການປີ່ນປົວຢູ່ໂຮງໝໍແຂວງ ນັບແຕ່ ວັນທີ 26 ເມສາ ຈົນເຖິງ ວັນທີ 18 ພຶດສະພາ 2021 ແມ່ນສາມາດປີ່ນປົວຄົນເຈັບຫາຍດີໄດ້ທັງໝົດ.

ກໍລະນີທີ 1 ເພດຊາຍ ອາຍຸ 23 ປີ ຢູ້ບ້ານກອງຂຸ່ມ ເມືອງສຳພັນ ແຂວງຜົ້ງສາລີ ເປັນນັກສືກສາ ປີ 3 ສາຂາອັກສອນສາດ ຢູ່ແຂວງຟູຈ່ຽງ ສປ ຈີນ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 15 ວັນ ແຕ່ວັນທີ 27 ເມສາ ຫາ 12 ພຶດສະພາ 2021.

ກໍລະນີທີ 2 ແມ່ນເພດຊາຍ ອາຍຸ 38 ປີ ຢູ່ ບ້ານໂພນແກ້ວ ເມືອງຜົ້ງສາລີ ຜູ້ກ່ຽວໄດ້ປີ່ນປົວຢູ່ໂຮງໝໍແຂວງ ເປັນເວລາ 19 ວັນ ແຕ່ວັນທີ 29 ເມສາ ຫາ 18 ພຶດສະພາ 2021; ກໍລະນີທີ 3 ເພດຍິງ ອາຍຸ 45 ປີ ຢູ່ບ້ານໂພນສະອາດ ເມືອງຜົ້ງສາລີ ຜູ້ກ່ຽວໄດ້ປີ່ນປົວເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021 ແລະ ກໍລະນີທີ 4 ເພດຍິງ ອາຍຸ 40 ປີ ຢູ່ ບ້ານໂນນສະຫ່ວາງ ເມືອງບຸນເໜືອ ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021.


ສໍາລັບການປິ່ນປົວຢູ່ທີ່ໂຮງໝໍແຂວງຜົ້ງສາລີ ແມ່ນທີມແພດໄດ້ເອົາໃຈໃສ່ປິ່ນປົວ, ຕິດຕາມອາການຂອງຄົນເຈັບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 3 ຄັ້ງ ອາການຂອງຜູ້ກ່ຽວທັງໝົດກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ.

ສໍາລັບແພດທີ່ເຂົ້າປິ່ນປົວ ແລະ ຄົນເຈັບທີ່ໄດ້ຮັບການປີ່ນປົວໃນຄັ້ງນີ້ ຍັງຈະໄດ້ສືບຕໍ່ກັກບໍລິເວນຕົນເອງຈຳນວນ 14 ວັນ ຈຶ່ງຈະໄດ້ກັບໄປຢູ່ນໍາຄອບຄົວ ແລະ ໃຊ້ຊີວິດປົກກະຕິໄດ້.

ສະໜັບສະໜູນຂ່າວໂດຍ: