Apple Music ກຽມໃຫ້ບໍລິການສະຕີມມິງໄຟລ໌ເພງໃນ Android ໄວໆນີ້

1187

ອີງຕາມເວັບໄຊ 9to5Google ລາຍງານວ່າ: Apple Music ເວີຊັນຫຼ້າສຸດທີ່ອັບເດດໃນ App Store ພົບວ່າມີໂຄ໊ດຫຼາຍຢ່າງທີ່ເປັນຟີເຈີໃນອະນາຄົດ ເຊິ່ງກ່ຽວກັບການໃຫ້ບໍລິການເພງຄວາມລະອຽດສູງ.

ໃນປັດຈຸບັນ Apple Music ມີຕົວເລືອກໃຫ້ຜູ້ບໍລິໂພກພຽງ 2 ຢ່າງ ຄື: Reduced data usage ( ຫຼຸດການໃຊ້ຂໍ້ມູນ ) ແລະ Higher quality ( ຄວາມລະອຽດສູງກວ່າ ) ຕົວເລືອກ 2 ຢ່າງນີ້ ສາມາດສະຫຼັບໄປ – ມາໄດ້ບໍ່ຍາກ ຂຶ້ນຢູ່ກັບຄວາມຕ້ອງການຂອງຜູ້ບໍລິໂພກ ຖ້າຜູ້ໃຊ້ທີ່ບໍ່ໄດ້ໃຊ້ໄວຟາຍກໍສາມາດເລືອກ Reduced data usage ເພື່ອຫຼຸດການໃຊ້ຂໍ້ມູນແຕ່ຈະໄດ້ຄຸນນະພາບສຽງເພງທີ່ບໍ່ດີເທົ່າກັບການຟັງແບບ Higher quality.

No photo description available.

ໃນການກວດສອບໂຄ໊ດ Apple Music 3.6.0 Beta ທີ່ມີການອັບເດດໃນ Google Play Store ນອກຈາກຈະພົບປະເດັນເລື່ອງການໃຫ້ບໍລິການເພງຄວາມລະອຽດສູງແລ້ວ ຍັງມີລາຍລະອຽດຄຳເຕືອນຈາກ Apple ກ່ຽວກັບເລື່ອງປະລິມານການໃຊ້ອິນເຕີເນັດ ຄື:

ໄຟລ໌ ( file ) ສຽງຄວາມລະອຽດສູງຈະຄົງໄວ້ ເຊິ່ງທຸກລາຍລະອຽດຈາກໄຟລ໌ຕົ້ນສະບັບ ການເລືອກຕົວເລືອກນີ້ຈະເຮັດໃຫ້ສິ້ນເປືອງປະລິມານອິນເຕີເນັດຫຼາຍຂຶ້ນ.

ໄຟລ໌ສຽງຄວາມລະອຽດສູງຈະໃຊ້ພື້ນທີ່ຄວາມຈຳຂອງອຸປະກອນຫຼາຍຂຶ້ນ: ພື້ນທີ່ 10 GB ຈະສາມາດເກັບໄຟລ໌ເພງໄດ້ປະມານ 3.000 ເພງ ສະຫຼັບໄຟລະດັບ Higher quality, 1.000 ເພງ ສຳລັບໄຟລ໌ລະດັບ Lossless ແລະ 200 ເພງ ສຳລັບ Hi-res lossless.

No photo description available.

ການສະຕີມເພງຄວາມຍາວ 3 ນາທີ ອິນເຕີເນັດປະມານ 1,5 MB ສຳລັບໄຟລ໌ Reduced data usage, 6 MB ສຳລັບໄຟລ໌ Higher quality ( 256kbps ), 36 MB ສຳລັບໄຟລ໌ Lossless ( 24bit/48 kHz ) ແລະ 145 MB ສຳລັບ Hi-res lossless ( 24 bit/192 kHz ) ເຊິ່ງອາດແຕກຕ່າງກັນໄປຕາມຄຸນນະພາບການເຊື່ອມຕໍ່ອິນເຕີເນັດ ແລະ ຄວາມສາມາດຂອງອຸປະກອນທີ່ໃຊ້ເຊື່ອມຕໍ່.

ສຳລັບການອັບເດດໃໝ່ຂອງ Apple Music ຈະເຮັດໃຫ້ມີຕົວເລືອກລະດັບຄຸນນະພາບໄຟລ໌ສຽງ 4 ແບບ ເຊັ່ນ: 1. Reduced data usage ( ປະຢັດປະລິມານອິນເຕີເນັດ ); 2. Higher quality ( ຄຸນນະພາບສູງ ); 3. Lossless ( ບໍ່ໃຊ້ປະລິມານອິນເຕີເນັດ ) ແລະ 4. Hi-res lossless ( ບໍ່ໃຊ້ປະລິມານອິນເຕີເນັດ ແຕ່ມີຄຸນນະພາບສູງ ).