ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ລົງຕິດຕາມສະພາບການຜະລິດຂອງໂຮງງານອຸດສາຫະກຳໃນເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ ໂນນທອງ ( ນອຄວ ) ຫຼື VITA Park ເພື່ອຊຸກຍູ້, ຕິດຕາມການຜະລິດຂອງໂຮງງານ ແລະ ເນັ້ນໃຫ້ມີມາດຕະການເຂັ້ມງວດໃນການປ້ອງກັນການລະບາດຂອງພະຍາດໂຄວິດ – 19.
ການລົງຢ້ຽມຢາມຄັ້ງນີ້ມີຂຶ້ນວັນທີ 17 ພຶດສະພາ 2021 ໂດຍການຕ້ອນຮັບຂອງ ທ່ານ ທອງທິບ ພັນນຸລາດ ຮັກສາການຫ້ອງການຄຸ້ມຄອງບໍລິຫານ ນອຄວ, ພ້ອມຄະນະ.
ການເຄື່ອນໄຫວວຽກງານໃນຄັ້ງນີ້ແມ່ນເພື່ອຊຸກຍູ້ການດໍາເນີນກິດຈະການໂຮງງານ ແລະ ຕິດຕາມການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ – 19 ຂອງບັນດາບໍລິສັດ/ໂຮງງານ ທີ່ຕັ້ງຢູ່ພາຍໃນເຂດນິຄົມອຸດສາຫະກໍາດັ່ງກ່າວ ເພື່ອເຮັດໃຫ້ໂຮງງານທີ່ມີເງື່ອນໄຂ ແລະ ມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ສາມາດດໍາເນີນການຜະລິດ ແລະ ທັງເປັນການປ້ອງກັນ ຫຼື ສະກັດກັ້ນການແຜ່ລະບາດເຂົ້າໃນເຂດໂຮງຈັກ – ໂຮງງານອຸດສາຫະກໍາ.

ທ່ານ ທອງທິບ ພັນນຸລາດ ຮັກສາການຫ້ອງການຄຸ້ມຄອງ ບໍລິຫານ ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ໄດ້ກ່າວວ່າ: ນອຄວ ໃນໄລຍະທີ 1 ມີເນື້ອທີ່ 110 ເຮັກຕາ ປັດຈຸບັນມີນັກລົງທຶນຕ່າງປະເທດຈັບຈອງ ແລະ ອອກທະບຽນແລ້ວ 68 ບໍລິສັດ ລວມທຶນທັງໝົດ 72 ລ້ານກວ່າໂດລາສະຫະລັດ. ມາຮອດປັດຈຸບັນມີການຈັບຈອງເນື້ອທີ່ແລ້ວ 90%, ໃນນັ້ນໄດ້ດໍາເນີນການຜະລິດ ແລະ ສົ່ງອອກສິນຄ້າ 32 ບໍລິສັດ, ກຽມດໍາເນີນເປີດບໍລິສັດອີກ 1 ບໍລິສັດ, ກໍາລັງກໍ່ສ້າງອີກ 1 ບໍລິສັດ, ຂະຫຍາຍໂຮງງານເພີ່ມອີກ 2 ບໍລິສັດ ຄາດວ່າໃນປີ 2021 ຈະມີ 3 – 5 ບໍລິສັດ ເລີ່ມການຜະ ລິດ – ສົ່ງອອກຕື່ມອີກ. ມາຮອດປັດຈຸບັນມີມູນຄ່າການນໍາເຂົ້າສິນຄ້າ ມູນຄ່າ 225 ລ້ານກວ່າໂດລາ ແລະ ມູນຄ່າການສົ່ງອອກສິນຄ້າ 206,2 ລ້ານກວ່າໂດລາ.

ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນອ້ອມຂ້າງໄດ້ 4.235 ຄົນ ( ຄົນຕ່າງປະເທດ 59 ຄົນ ) ແລະ ຄາດວ່າໃນສົກປີ 2021ຈະສາມາດສ້າງວຽກເຮັດງານທໍາໄດ້ 4 – 5 ພັນຄົນ.
ສ່ວນມາດຕະການປ້ອງກັນການລະບາດພະຍາດໂຄວິດ – 19 ພາຍໃນ ນອຄວ ແມ່ນໄດ້ປະຕິບັດຄໍາສັ່ງ 15/ນຍ ລົງວັນທີ 21 ເມສາ 2021, ພ້ອມນັ້ນຫ້ອງການ ນອຄວ ໄດ້ອອກແຈ້ງການເລກທີ 1164/ຫນອຄວ ລົງວັນທີ 23 ເມສາ 2021 ເຖິງໂຮງງານພາຍໃນເພື່ອແນະນໍາການເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ການກຽມຄວາມພ້ອມ ເພື່ອຕ້ານພະຍາດໂຄ ວິດ – 19.

ໃນໂອກາດການລົງມາເຄື່ອນໄຫວວຽກໃນຄັ້ງນີ້ ທ່ານ ຄໍາແພງ ໄຊສົມແພງ ກໍໄດ້ໃຫ້ການຊີ້ນໍາແກ່ຄະນະຄຸ້ມຄອງບໍລິຫານເຂດ ໃນການເອົາໃຈໃສ່ຊຸກຍູ້ການຜະລິດຂອງບັນດາໂຮງງານໃນເຂດນິຄົມ ເພື່ອຮັບປະກັນການດໍາເນີນການຜະລິດ ແລະ ການປ້ອງກັນ ຫຼື ສະກັດກັ້ນການແຜ່ລະບາດຂອງພະຍາດ.
ພ້ອມນີ້ກໍໄດ້ລົງຕິດຕາມເບິ່ງສະພາບການຜະລິດ ແລະ ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຂອງ 3 ໂຮງງານ ຄື: ໂຮງງານຕັດຫຍິບ ມັສ ຄອັດ, ໂຮງງານ ແອັມ ແອັມ ຊີ ແລະ ໂຮງງານ ໄດອີ ຈິ.