ຄະນະສະເພາະກິດ ຮຽກຮ້ອງໃຫ້ຢຸດການໂຮມຊຸມແຊວ ພ້ອມໃຈກັນເປັນອັນໜຶ່ງອັນດຽວປະຕິບັດມາດຕະການຢ່າງເຄັ່ງຄັດ

930

ຄະນະສະເພາະກິດລາຍງານໃນອາທິດນີ້ສັງເກດເຫັນວ່າລັກສະນະການລະບາດພາຍໃນນະຄອນຫຼວງວຽງຈັນແມ່ນແຜ່ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ມີຄົນເຈັບຕິດເຊື້ອໃໝ່ຕິດຕໍ່ກັນເປັນຫຼາຍລຸ້ນ,  ມີບາງກໍລະນີຕິດເຊື້ອໃໝ່ໂດຍບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ. ດັ່ງນັ້ນຂໍຮຽກຮ້ອງໃຫ້ພ້ອມໃຈກັນເປັນອັນໜື່ງອັນດຽວໃນການປະຕິບັດມາດຕະການຢ່າງເຄັ່ງຄັດໂດຍການບໍ່ອອກຈາກບ້ານ, ບໍ່ມີການໂຮມຊຸມແຊວ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ18ພຶດສະພາວ່າ: ມາຮອດປັດຈຸບັນເຫັນວ່າ ການລະບາດຂອງພະຍາດໂຄວິດ-19ກໍຍັງສູງຂຶ້ນຢ່າງຕໍ່ເນື່ອງ, ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ກໍ່ກໍາລັງປະເຊີນໜ້າກັບການລະບາດໃນຊຸມຊົນ. ຢູ່ ສປປ ລາວ ການລະບາດໃນຊຸມຊົນທີ່ເລີ່ມຈາກວັນທີ່ 20 ເມສາ ເປັນຕົ້ນມາເຫັນວ່າການລາຍງານຈຳນວນກໍລະນີໃໝ່ບາງແຂວງມີທ່າອ່ຽງຢູ່ໂຕ ແລະ ຫຼຸດລົງ, ແຕ່ສະເພາະໃນນະຄອນຫຼວງວຽງຈັນ ແລະ ແຂວງ ບໍ່ແກ້ວ (ເຂດເສດຖະກິດພິເສດ) ແມ່ນຍັງສືບຕໍ່ມີຄົນເຈັບຕິດເຊື້ອໃໝ່ທີ່ລະບາດໃນຊຸມຊົນ.

ສະເພາະໃນອາທິດນີ້ສັງເກດເຫັນວ່າລັກສະນະການລະບາດພາຍໃນນະຄອນຫຼວງວຽງຈັນແມ່ນແຜ່ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ມີຄົນເຈັບຕິດເຊື້ອໃໝ່ຕິດຕໍ່ກັນເປັນຫຼາຍລຸ້ນ, ເກີດເປັນຈຸ້ມຫຼາຍບ່ອນ, ມີບາງກໍລະນີຕິດເຊື້ອໃໝ່ໂດຍບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ນອກຈາກນີ້ຍັງພົບຢູ່ໃນບັນດາຫ້ອງການ, ອົງການລັດຖະບານ ແລະ ສະຖານທີ່ບໍລິການຕ່າງໆ, ຕໍ່ກັບບັນຫານີ້ ຍົກໃຫ້ເຮົາເຫັນວ່າປະເທດພວກເຮົາ ຈຶ່ງຍັງມີຄວາມສ່ຽງສູງທີ່ຈະລະບາດໃນຊຸມຊົນເປັນວົງກ້ວາງ ແລະ ແກ່ຍາວ ຖ້າຫາກພວກເຮົາຍັງບໍ່ເອົາໃຈໃສ່ ປະຕິບັດຕາມແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ.


ບັນດາທ່ານທີ່ນັບຖື ແລະ ຮັກແພງ, ຕໍ່ກັບສະພາບການລະບາດຂອງພະຍາດ COVID-19 ໃນບ້ານເຮົາ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ກວດພົບເຊື້ອໃນຜູ້ທີ່ບໍ່ມີອາການຫຍັງ ແລະ ບໍ່ໄດ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ, ຈີ່ງຮຽກຮ້ອງມາຍັງບັນດາທ່ານພໍ່ແມ່ປະຊາຊົນ ພະນັກງານ ທະຫານຕຳຫຼວດທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ໂດຍສະເພາະການປະຕິບັດຕາມ ແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ.

ຮຽກຮ້ອງມາຍັງທຸກຄົນທີ່ໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ຫລື ໄປສະຖານທີທີ່ສ່ງງ ແລະ ສະຖານທີ່ສາທາລະນະທີ່ມີບຸກຄົນຈຳນວນຫຼາຍເຊັ່ນວ່າ: ຕະຫຼາດ, ໂຮງໝໍຕ່າງໆແມ່ນໃຫ້ທ່ານຮີບຮ້ອນມາສະເຫນີຕົວດ່ວນ ໃນການເກັບຕົວຢ່າງ (ບໍ່ຈໍາເປັນຕ້ອງລໍຖ້າໃຫ້ຄົບ 14 ວັນ ຈື່ງມາກວດ) ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວທ່ານ ແລະ ຊຸມຊົນຂອງທ່ານຈາກພະຍາດໂຄວິດ-19 ແລະ ທີ່ສຳຄັນບໍ່ໃຫ້ທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ເປັນເລື່ອງຫນ້າອາຍ ຫຼື ຢ້ານສັງຄົມລັງກຽດ, ບໍ່ວ່າທ່ານມີ ຫລື ບໍ່ມີອາການສະແດງອອກ ກໍ່ໃຫ້ມາກວດດ່ວນ ພ້ອມດ້ວຍທຸກຄົນທີ່ເປັນສະມາຊິກພາຍໃນຄອບຄົວທີ່ທ່ານໄດ້ສໍາຜັດໃກ້ຊິດ, ພາຍຫລັງເກັບຕົວຢ່າງແລ້ວ ຊ່ວງທີ່ລໍຖ້າຜົນກວດ ໃຫ້ທ່ານກັກບໍລິເວນໂຕເອງ ແລະ ຄົນໃນຄອບຄົວໃຫ້ຄົບກຳນົດ 14 ວັນພາຍຫຼັງເກັບຕົວຢ່າງ ຢ່າງເຂັ້ມງວດ, ຖ້າມີຄວາມຈຳເປັນໃນການອອກໄປນອກບ້ານກໍ່ໃຫ້ໃສ່ຜ້າປິດປາກ-ດັງ ແລະ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ, ຕິດເຊື້ອຢ່າງເຄັ່ງຄັດ.


ຄືດັ່ງທີ່ຂ້າພະເຈົ້າໄດ້ກ່າວມານັ້ນ, ເພື່ອໃຫ້ການລະບາດໃນຄັ້ງນີ້ຢຸດຕິໂດຍໄວ ແລະ ຕັດວົງຈອນການລະບາດ ແມ່ນທຸກຄົນຕ້ອງພ້ອມໃຈກັນເປັນອັນໜື່ງອັນດຽວໃນການປະຕິບັດມາດຕະການຢ່າງເຄັ່ງຄັດໂດຍການບໍ່ອອກຈາກບ້ານ, ບໍ່ມີການໂຮມຊຸມແຊວ ແລະ ຖ້າມີຄວາມຈຳເປັນອອກຈາກບ້ານແມ່ນໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;


ອີກເທື່ອໜຶ່ງ, ຂໍຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ເມື່ອທ່ານໄດ້ຮັບຂໍ້ມູນຂ່າວສານ ຈາກສື່ສັງຄົມອອນລາຍຕ່າງໆ ຄວນວິເຄາະຂໍ້ມູນ, ແຫຼ່ງທີ່ມາຂອງຂໍ້ມູນ, ຂ່າວແທ້ ຫຼື ຂ່າວປອມ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນດັ່ງກ່າວ ໃຫ້ແກ່ບຸກຄົນອື່ນ;