ກວດເບິ່ງດວງປະຈໍາອາທິດ 17 – 23 ພຶດສະພາ

761

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ກາງເດືອນພຶດສະພາແລ້ວ ອາທິດນີ້ຜູ້ຂຽນຈະພາທຸກທ່ານມາກວດເບິ່ງໂຊກຊາຕາປະຈໍາອາທິດນໍາກັນ ເຊິ່ງໃນອາທິດນີ້ດວງຂອງແຕ່ລະວັນເກີດນັ້ນມີການປ່ຽນແປງຫຼາຍຢ່າງ ຕິດຕາມອ່ານໄດ້ເລີຍ.

ຄົນເກີດວັນອາທິດ: ໃນອາທິດນີ້ ຄົນເກີດວັນນີ້ມີເກນໄດ້ເດີນທາງກະທັນຫັນຢູ່ຕະຫຼອດ ອາດເປັນໄລຍະເວລາທີ່ທ່ານບໍ່ຄ່ອຍມີເວລາໄດ້ຢູ່ກັບຄອບຄົວຫຼາຍປານໃດ ບາງຄົນກໍເປັນໄລຍະທີ່ຕ້ອງທຸ່ມເທໃນເລື່ອງຂອງວຽກງານຢ່າງໜັກໜ່ວງ ຕ້ອງເພິ່ງຕົນເອງ ມີການບຸກເບີກກິດຈະການໃໝ່ໆ ຫຼື ຂະຫຍາຍສາຂາເພີ່ມ ບາງຄົນອາດບໍ່ແມ່ນພຽງແຕ່ເດີນທາງໃນປະເທດ ແຕ່ອາດໄປເຖິງຕ່າງປະເທດ, ສະນັ້ນກຽມຕົວໃຫ້ດີ.

ຄົນເກີດວັນຈັນ: ອາທິດນີ້ມີເກນຍອມຫັກແຕ່ບໍ່ຍອມງໍ ມີເລື່ອງໃຫ້ຕ້ອງຕໍ່ສູ້ ແລະ ຝ່າຟັນ ເພື່ອໃຫ້ໄດ້ຄວາມຈິງທີ່ຖືກຕ້ອງ ລະວັງຈະສ້າງສັດຕູໂດຍບໍ່ຮູ້ຕົວ ທ່ານໃດທີ່ເຮັດວຽກອາຊີບສຸດຈະລິດຈະເຮັດວຽກຖືກໃຈຜູ້ໃຫຍ່ ຫຼື ນາຍຈ້າງ ມີເກນໄດ້ເລື່ອນຂັ້ນ ໄດ້ຄວາມຍອມຮັບນັບໜ້າຖືຕາຈາກຜູ້ຄົນອ້ອມຕົວ, ເຖິງຢ່າງໃດກໍຕາມຖານະຕໍາແໜ່ງບໍ່ແມ່ນວ່າຈະໄດ້ງ່າຍໆ ທ່ານຕ້ອງໄດ້ໄປແຂ່ງກັບຄູ່ຕໍ່ສູ້ອີກນັບບໍ່ຖ້ວນ, ດັ່ງນັ້ນຕັ້ງໃຈ ແລະ ກຽມຕົວໃຫ້ພ້ອມ.

ຄົນເກີດວັນອັງຄານ: ເປັນໄລຍະທີ່ຢາກລວຍທາງລັດເຊັ່ນການສ່ຽງດວງ, ຫຼິ້ນຮຸ້ນ ຫຼື ຮັບຊັບມາແບບງ່າຍໆ ເປັນໄລຍະທີ່ທ່ານເອງຂ້ອນຂ້າງເລືອກວຽກ ເຖິງແມ່ນວ່າຈະມີໂອກາດດີໆເຂົ້າມາໃຫ້ເຮັດແລ້ວໄດ້ເງິນກໍຕາມ ຄືກັບວ່າມີແນວເຮັດໃຫ້ບໍ່ສະບາຍໃຈຢູ່ເລິກໆ ເປັນໄລຍະທີ່ເຮັດຫຍັງກໍເບື່ອງ່າຍໄປໝົດ ສິ່ງທີ່ເຄີຍເຮັດກໍເກີດມີຈຸດອີ່ມຕົວ ແຕ່ກໍບໍ່ຮູ້ຈະຈັດການກັບມັນແນວໃດ ແຕ່ກົງກັນຂ້າມສະຖານະທາງການເງິນຂອງທ່ານແມ່ນຈະດີຂຶ້ນ ຂໍພຽງຢ່າກຽດຄ້ານເປັນພໍ.

ຄົນເກີດວັນພຸດ: ອາທິດນີ້ຄວນເຮັດບຸນໃຫ້ຫຼາຍແຜ່ເມດຕາສະສົມບຸນບາລະມີ ອຸທິດສ່ວນກຸສົນໃຫ້ກັບເຈົ້າກໍານາຍເວນໃຫ້ຫຼາຍ ເພາະເປັນໄລຍະທີ່ໂຊກຮ້າຍ ມີເຄາະເຂົ້າມາຫາເຮັດໃຫ້ໝົດກໍາລັງໃຈ ອາດສູນເສຍຂອງຮັກ ຫຼື ອາດຈະເຈັບໄຂ້ໄດ້ປ່ວຍໜັກກວ່າທີ່ເຄີຍເປັນມາ ໃຫ້ລະມັດລະວັງຕົວເປັນພິເສດ ເພາະຈະເຈັບປ່ວຍໄດ້ງ່າຍ ລວມໄປເຖິງອາລົມປັ່ນປ່ວນ, ໃຈຮ້ອນງຸດງິດງ່າຍ ເພາະບໍ່ວ່າຫຍັງກໍບໍ່ເປັນໄປຕາມຄາດການເອົາໄວ້ເລີຍ, ແນວໃດກໍຕາມເຮັດໃຈເຢັນໆ ເພື່ອຂ້າມຜ່ານເວລານີ້ໄປໃຫ້ໄດ້.

ຄົນເກີດວັນພະຫັດ: ເປັນອາທິດທີ່ສັບສົນງົງກັບສະຖານະການຕ່າງໆທີ່ເຂົ້າມາໃນໄລຍະນີ້ ທ່ານຈະເຂົ້າໄປຢູ່ໃນເຫດການສັບສົນວຸ່ນວາຍ ການຜິດຖຽງກັບບຸກຄົນອື່ນຢ່າງຫຼີກລຽງບໍ່ໄດ້ ບໍ່ມີໃຜຟັງໃຜ ຕໍ່ໃຫ້ພະຍາຍາມຄວບຄຸມສະຖານະການກໍຈະຄຸມໄດ້ຍາກ ເພາະບໍ່ມີໃຜຟັງໃຜ ໃຊ້ອາລົມໃສ່ກັນເຕັມທີ່ ຕ່າງຝ່າຍຕາງອ້າງເຫດຜົນຂອງຕົນ, ແນວໃດກໍຕາມສິ່ງສໍາຄັນຕ້ອງພະຍາຍາມຄວບຄຸມອາລົມຕົນເອງໃຫ້ໄດ້.

ຄົນເກີດວັນສຸກ: ເປັນໄລຍະທີ່ຄຽດງ່າຍ ກັງວົນງ່າຍ ມີຄວາມວິຕົກກັງວົນ ຄິດເອງເອີເອງສູງຫຼາຍ ບາງຢ່າງຍັງບໍ່ທັນເກີດຂຶ້ນກໍຄິດໄປກ່ອນແລ້ວ ເປັນໄລຍະທີ່ທໍ້ຖອຍງ່າຍສິ້ນຫວັງໄດ້ງ່າຍ ເຮັດຫຍັງກໍເຊື່ອງຊ້າ ແລະ ບໍ່ມີກໍາລັງໃຈ ບໍ່ຮູ້ວ່າຕົນເອງຄິດຫຍັງຢູ່ ຄົນອ້ອມຂ້າງກໍເຂົ້າເຖິງຄວາມຮູ້ສຶກນຶກຄິກຂອງທ່ານໄດ້ຍາກຫຼາຍ ເພາະທ່ານບໍ່ມັກບອກອອກມາ. ແນວໃດກໍຕາມ, ສິ່ງສໍາຄັນທ່ານບໍ່ຄວນຄິດຫຼາຍເກີນໄປຈະເຮັດໃຫ້ອາລົມອ່ອນໄຫວຖືກກະຕຸ້ນໄດ້ງ່າຍ.

ຄົນເກີດວັນເສົາ: ເປັນໄລຍະທີ່ຫົວຮ້ອນງ່າຍ ໃຜຂັດໃຈຫຍັງບໍ່ໄດ້ເລີຍ ຕົນເອງວ່າແນວໃດ ຄົນອື່ນຕ້ອງຕາມຢ່າງດຽວ ໄລຍະນີ້ເປັນໄລຍະທີ່ໜ້າທີ່ການງານໄດ້ເລື່ອນຂັ້ນຕໍາແໜ່ງ ໃຜເຮັດທຸລະກິດສ່ວນຕົວຈະກ້າວໜ້າຫຼາຍ ໄດ້ງານໃຫຍ່ສ້າງເມັດເງິນຈໍານວນຫຼາຍ ແລະ ມີຊື່ສຽງຫຼາຍຂຶ້ນ ແຕ່ກໍຕ້ອງທຸ່ມເທເຮັດວຽກໜັກເພື່ອໃຫ້ໄດ້ມັນມາ.

ທີ່ມາ: https://www.facebook.com/Horo2day/