ກົດໝາຍກິລາ-ກາຍຍະກໍາ ສະບັບປັບປຸງ ໝວດທີ 3 ກິລາລະດັບສູງ ມາດຕາ 29-31

1056

ສະບາຍດີ ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ນໍາກັນຕໍ່ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວ 28 ມາດຕາ, ມີ້ນີ້ເຮົາມາຮູ້ນໍາກັນວ່າ ມາດຕາ 29-31 ເຊິ່ງນອນຢູ່ໃນໝວດທີ 3 ກິລາລະດັບສູງ ມີດັ່ງນີ້:

ມາດຕາ 29 (ປັບປຸງ) ກິລາລະດັບສູງ
ກິລາລະດັບສູງ ແມ່ນ ກິລາເພື່ອເປົ້າຫມາຍແຂ່ງຂັນໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍມີການຝຶກຊ້ອມ ແລະ ນໍາໃຊ້ມາດຕະຖານ, ເຕັກນິກ, ຍຸດທະວິທີ ແລະ ວິທະຍາສາດການກິລາ.

ມາດຕາ 30 (ປັບປຸງ) ການຈັດການແຂ່ງຂັນກິລາລະດັບສູງ
ການຈັດການແຂ່ງຂັນກິລາລະດັບສູງ ແມ່ນ ການຈັດຕັ້ງແຂ່ງຂັນກິລາປະເພດໃດຫນຶ່ງ ຫຼື ຫຼາຍປະເພດໃນທົ່ວປະເທດ ລວມທັງງານມະຫາກໍາກິລາແຫ່ງຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ມາດຕາ 31 (ປັບປຸງ) ການອະນຸຍາດຈັດການແຂ່ງຂັນກິລາລະດັບສູງ
ການຈັດການແຂ່ງຂັນກິລາລະດັບສູງ ປະເທດໃດຫນຶ່ງ ໃນທົ່ວປະເທດ ແມ່ນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ອະນຸຍາດ ຕາມການສະເຫນີຂອງປະທານສະຫະພັນກິລາແຫ່ງຊາດທີ່ ກ່ຽວຂ້ອງ.
ການຈັດງານມະຫາກໍາກິລາແຫ່ງຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢູ່ ສປປ ລາວ ແມ່ນ ນາຍົກລັດຖະມົນຕີເປັນຜູ້ອະນຸຍາດ ຕາມການສະເຫນີຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ