ໂຄງການໂຄແວັກ ຍອມຮັບວັກແຊັງບໍ່ພຽງພໍ ຮຽກຮ້ອງຜູ້ຜະລິດສົ່ງມອບໃຫ້ທັນຕາມເວລາ

1543

ເມື່ອວັນທີ 18 ພຶດສະພາ ທ່ານ ດຣ. ທີໂດຣສ ອັກຮານອມ ກິບຣີ ເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ໃນອິນເດຍ ຍັງຢູ່ຂັ້ນວິກິດ ຈຶ່ງສົ່ງຜົນຕໍ່ຫ່ວງໂສ້ອຸປະທານ ( ຄວາມຕ້ອງການ ) ວັກແຊັງທີ່ອົງການອະນາໄມໂລກເພິ່ງພາສະຖາບັນເຊຣຸ່ມຂອງອິນເດຍເປັນຫຼັກໃນການຜະລິດວັກແຊັງປ້ອງກັນໂຄວິດ – 19 ຂອງໂຄງການໂຄແວັກ ເນື່ອງຈາກສະຖາບັນແຫ່ງນີ້ເປັນຜູ້ຜະລິດວັກແຊັງລາຍ   ໃຫຍ່ທີ່ສຸດຂອງໂລກ.

ແນວໃດກໍຕາມ, ສະຖາບັນເຊຣຸ່ມຂອງອິນເດຍ ຕ້ອງການຜະລິດວັກແຊັງສະໜອງໃຫ້ພາຍໃນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ປະຊາຊົນຊາວອິນເດຍກ່ອນ, ດ້ວຍເຫດນີ້ ອົງການອະນາໄມໂລກ ຈຶ່ງຂໍຮຽກຮ້ອງມາຍັງບໍລິສັດຜູ້ຜະລິດວັກແຊັງລາຍໃຫຍ່ແຫ່ງອື່ນໆຂອງໂລກ ເລັ່ງສົ່ງມອບວັກແຊັງໃຫ້ໄວກວ່າກຳນົດ ຫຼື ແບ່ງປັນວັກແຊັງສ່ວນໃດໜຶ່ງໃຫ້ແກ່ໂຄງການໂຄແວັກ ເຊິ່ງເປັນໂຄງການແບ່ງປັນວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ ທີ່ WHO ຮ່ວມມືກັບອົງການພັນທະມິດເພື່ອວັກແຊັງ ( ກາວີ ) ແລະ ອົງການອຸຍນີເຊັບ.

ປັດຈຸບັນ WHO ໄດ້ຂຶ້ນທະບຽນນຳໃຊ້ວັກແຊັງແບບສຸກເສີນໃຫ້ແກ່ ໄຟເຊີ/ໄບອອນເທັກ; ແອັສຕຣາເຊເນກາ/ອັອກຟອດ; ຈອນສັນ ແອນ ຈອນສັນ; ໂມເດີນາ ແລະ ຊີໂນຟາມ ເຊິ່ງ WHO ໄດ້ຮຽກຮ້ອງບໍລິສັດເຫຼົ່ານີ້ສົ່ງມອບວັກແຊັງໃຫ້ໂຄງການດ້ວຍ.