ບົດຮຽນຄັ້ງໃຫຍ່ ໃນການລ້ຽງສັດປະສົມນ້ຳໃຫ້ງົວກິນ ຕາຍພ້ອມກັນ 6 ໂຕ

429

ການລ້ຽງສັດໃຫຍ່ນັບວ່າເປັນຄວາມຫວັງຂອງປະຊາຊົນ ທຸກຄົນຢາກໃຫ້ຝຸງສັດແຜ່ພັນ ແລະເຕີບໃຫຍ່ໂດຍໄວຈິ່ງຫາທຸກວິທີທາງໃນການລ້ຽງເກືອໃຫ້ສັດເຕີບໂຕສົມໄວ ແລະໄດ້ລາຄາດີ ແຕ່ບາງຄັ້ງຂາດເຕັກນິກທີ່ຖືກຕ້ອງກໍ່ອາດເຮັດໃຫ້ສັດຕາຍໄດ້ດັ່ງກໍລະນີນີ້ທີ່ແຂວງບໍ່ແກ້ວ.


ວັນທີ 16 ພຶດສະພາ 2021 ນີ້ ມີງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ເກີດເຫດງົວລົ້ມຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຕາມການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຮູ້ວ່າ ເປັນງົວຂອງທ່ານບຸນຕານ ວົງປັນຍາ ປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.

ຕາມການສຳພາດເຈົ້າຂອງງົວໃຫ້ຮູ້ວ່າ: ກ່ອນໜ້າທີ່ງົວຈະລົ້ມຕາຍແບບກະທັນ ຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 03 ຖັງ ປະສົມກັບປຸ໋ຍ ປະມານ 01 ກິໂລ ເຊິ່ງຜ່ານມາຕົນກໍໄດ້ປະສົມໃຫ້ງົວກິນເປັນປະຈໍາ ແຕ່ກໍ່ບໍ່ປາກົດເປັນຫຍັງ ສູດໃນການປະສົມນີ້ ແມ່ນໄດ້ບົດຮຽນມາຈາກຊ່ອງຢູທູບ ວ່າການເອົາປຸ໋ຍປະສົມນໍ້າໃຫ້ງົວກິນເຮັດໃຫ້ງົວຕຸຸ້ຍດີ ແລະ ໃຫຍ່ໄວ ຈຶ່ງໄດ້ນໍາມາໃຊ້ກັບສັດລ້ຽງຂອງຕົນ ໂດຍສະເພາະແມ່ນງົວ.

ມາຮອດຕອນທ່ຽງຂອງ ວັນທີ 16 ພຶດສະພາ ຈຶ່ງເກີດເຫດການບໍ່ຄາດຄິດຂຶ້ນ ມີງົວຂອງຕົນລົ້ມຕາຍແບບກະທັນຫັນ ຈໍານວນ 06 ໂຕ ເຊິ່ງສາເຫດອາດເກີດຈາກການເອົາປຸ໋ຍປະສົມນໍ້າໃຫ້ງົວກິນ ບວກກັບສະພາບອາກາດຮ້ອນອົບເອົ້າແດ່ ຈຶ່ງເຮັດໃຫ້ງົວລົ້ມຕາຍ.


ທ່ານ ບຸນຕານ ເຈົ້າຂອງງົວ ຍັງໄດ້ກ່າວຝາກເປັນບົດຮຽນເຖິງຜູ້ທີ່ລ້ຽງສັດໃຫຍ່ ໂດຍສະເພາະງົວ ແລະ ຄວາຍ ວ່າບໍ່ຄວນເອົາເປັນແບບຢ່າງ ການເອົາປຸ໋ຍປະສົມນໍ້າໃຫ້ສັດລ້ຽງກິນອາດເຮັດໃຫ້ສັດລ້ຽງຕາຍ ດັ່ງທີ່ໄດ້ເກີດກັບງົວຂອງຕົນ ເຊິ່ງເປັນຄວາມເສຍຫາຍຫຼາຍລ້ານກິບ.