ຮູ້ 5 ເງື່ອນໄຂ ແລະ ຂັ້ນຕອນການຄັດເລືອກຜະລິດຕະພັນ ODOP

510

ວິທີການຄັດເລືອກຜະລິດພັນ ODOP ( One District One Product ) ຫຼື ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ປະກອບມີ 5 ເງື່ອນໄຂ ແລະ ຂັ້ນຕອນຕາມມະຕິ 03, ສາມສ້າງຂອງກົມກອງການເມືອງສູນກາງພັກທີ່ວ່າ: “ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ” ກ່ອນຈະໄດ້ເຂົ້າເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຕ້ອງໄດ້ຜ່ານ 5 ຂັ້ນຕອນດັ່ງລຸ່ມນີ້:

1. ການຍື່ນຄໍາຮ້ອງ: ຜູ້ທີ່ມີຈຸດປະສົງຢາກໃຊ້ກາໝາຍ ODOP ຕ້ອງຍື່ນຄໍາຮ້ອງຂໍອະນຸຍາດນຳໃຊ້ກາໝາຍຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ( ອຄ ) ສະຖານທີ່ປະກອບການນັ້ນຕັ້ງຢູ່ ເພື່ອສະເໜີຄະນະກຳມະການຄັດເລືອກຂັ້ນເມືອງພິຈາລະນາ. ພາຍຫຼັງຄະນະກໍາມະການດັ່ງກ່າວຮັບຮອງເອົາແລ້ວ, ຫ້ອງການ ອຄ ເມືອງ ສົ່ງບັນຊີຈໍານວນກາໝາຍໂອດ໊ອບຂະໜາດຕ່າງໆທີ່ຕ້ອງການໄປຍັງພະແນກ ອຄ ແຂວງ.

No photo description available.

2. ຂັ້ນຕອນ ແລະ ກໍານົດເວລາໃນການພິຈາລະນາອະນຸຍາດໃຫ້ນໍາໃຊ້ກາໝາຍ: ພະແນກ ອຄ ແຂວງ ເປັນຜູ້ສັງລວມບັນຊີທີ່ເມືອງຕ່າງໆໄດ້ສະເໜີມາແລ້ວຈັດກອງປະຊຸມ ຄະນະກຳມະການຄັດເລືອກຂັ້ນແຂວງ ຫຼື ນະຄອນຫຼວງ ເພື່ອພິຈາລະນາ ແລະ ຮັບຮອງ, ພະແນກ ອຄ ແຂວງ ນໍາສະເໜີບັນຊີ ແລະ ຈໍານວນກາໝາຍຂະໜາດຕ່າງໆ ຕໍ່ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງ ອຄ ເພື່ອກະກຽມໃຫ້ໃນແຕ່ລະໄລຍະທີ່ຕ້ອງການ.

Slide
Slide
Slide

No photo description available.

3. ບົດແນະນໍາກ່ຽວກັບການສົ່ງເສີມການຜະລິດສິນຄ້າ ODOP ແຫ່ງຊາດ: ກົມສົ່ງເສີມການຄ້າຈະເປັນຈຸດປະສານງານ ກ່ຽວກັບການສົ່ງເສີມຂະບວນການຜະລິດສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນໃນທົ່ວປະເທດ ແລະ ເປັນບ່ອນຈັດພິມຈໍາໜ່າຍເຄື່ອງໝາຍ ODOP ຕາມຈຳນວນທີ່ບັນດາແຂວງຕ່າງໆສະເໜີ, ນອກຈາກນີ້ກໍຈະຊ່ວຍປັບປຸງນະໂຍບາຍສິນຄ້າ ODOP ທີ່ແຂວງ ແລະ ເມືອງ ສະເໜີເຖິງ ກະຊວງ ອຄ ພ້ອມທັງປະຕິບັດພັນທະດັ່ງທີ່ໄດ້ລະບຸໄວ້ໃນກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ມາດຕາ 58 ຄື: 1. ເປັນເຈົ້າການໃນການປົກປ້ອງຄຸ້ມຄອງ ແລະ ກວດກາ ການນໍາໃຊ້ກາໝາຍໂອດ໊ອບ; 2. ຊຸກຍູ້ ແລະ ສົ່ງເສີມຄະນະກໍາມະການຂັ້ນແຂວງ, ເມືອງບັນດາເປົ້າໝາຍ ແລະ ໃຫ້ໄດ້ນໍາໃຊ້ກາໝາຍ ODOP ຢ່າງກວ້າງຂວາງ; 3. ໃນກໍລະນີມີການລະເມີດສິດຕ້ອງແຈ້ງຂໍ້ມູນ; 4. ເປັນເຈົ້າການປະສານງານຖ້າຫາກເກີດກໍລະນີລະເມີດລະບຽບການນໍາໃຊ້ເຄື່ອງໝາຍ ODOP.

May be an image of 2 people, food, bottle and indoor

4. ຫຼັກການໃນການຄັດເລືອກຜະລິດຕະພັນສິນຄ້າ ODOP: ການຄັດເລືອກຜະລິດຕະພັນໃດໜຶ່ງເປັນຜະລິດຕະພັນສິນຄ້າ ODOP ນັ້ນ ຈະຕ້ອງປະຕິບັດຕາມຫຼັກການດັ່ງລຸ່ມນີ້: 1). ຜະລິດຕະພັນນັ້ນຕ້ອງເປັນສິນຄ້າ ຫຼື ຜະລິດຕະພັນທີ່ຜະລິດໂດຍຊຸມຊົນ, ຫຼາຍຄອບຄົວ, ກຸ່ມຜະລິດ, ສະຫະກອນ ຫຼື ວິສາຫະກິດຂອງຊຸມຊົນ; 2) ສິນຄ້າ ຫຼື ຜະລິດຕະພັນນັ້ນ ຈະຕ້ອງບໍ່ນອນໃນໜຶ່ງໃນເງື່ອນໄຂນີ້: ວັດຖຸດິບນໍາເຂົ້າຈາກຕ່າງປະເທດ 100%; ວັດຖຸດິບທີ່ນໍາມາຜະລິດນັ້ນເປັນຂອງຜິດກົດໝາຍ ຫຼື ລົບຫຼີກການເສຍພາສີ; ເປັນສິນຄ້າປອມແປງ, ລອກຮຽນແບບ ຫຼື ລະເມີດຊັບສິນທາງປັນຍາ; ເປັນສິນຄ້າ ຫຼື ຜະລິດຕະພັນທີ່ເປັນອັນຕະລາຍຕໍ່ສຸຂະພາບ/ທໍາລາຍສະພາບແວດລ້ອມ; ເປັນສິນຄ້າທີ່ບໍ່ມີຄວາມຍືນຍົງ ພຽງແຕ່ຜະລິດເພື່ອຂາຍໃນງານເທສະການໃດໜຶ່ງໃນໄລຍະສັ້ນໆ; ເປັນສິນຄ້າທີ່ຜະລິດຮ່ວມກັບຄົນຕ່າງປະເທດ; ວັດຖຸດິບທີ່ນໍາມາໃຊ້ສາມາດໝູນວຽນ, ທົດແທນຄືນແບບບໍ່ບົກແຫ້ງ ( ປູກລ້ຽງໄດ້, ເຕີບໂຕໄດ້ໂດຍທໍາມະຊາດໃນປ່າໄມ້, ສວນລວມທີ່ຊຸມຊົນທ້ອງຖິ່ນປົກປັກຮັກສາ ແລະ ຄຸ້ມຄອງ ).

May be an image of food

5. ຂັ້ນຕອນການຄັດເລືອກຜະລິດຕະພັນສິນຄ້ານັ້ນໃຫ້ປະຕິບັດດັ່ງນີ້ 1). ຜູ້ຜະລິດຕ້ອງຂຶ້ນບັນຊີ ລາຍການຜະລິດຕະພັນສິນຄ້າທີ່ຕົນຜະລິດໄດ້, ແລ້ວສະເໜີຕໍ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງບ່ອນທີ່ຕົນຢູ່; 2). ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເຊື້ອເຊີນຄະນະກຳມະການປະເມີນຜົນຂັ້ນເມືອງ ມາຈັດລຽງບຸລິມະສິດ ແລະ ຄັດເລືອກ; 3). ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສົ່ງເອກະສານບົດປະເມີນຜົນຂອງຄະນະກຳມະການຂັ້ນເມືອງສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ; 4). ຄະນະກໍາມະການຄັດເລືອກຂັ້ນແຂວງເປັນຜູ້ໄຈ້ແຍກຄວາມເປັນເອກະລັກ, ຄວາມໂດດເດັ່ນຂອງສິນຄ້າ, ຮູບແບບບໍລິການຢ່າງລະອຽດຂອງແຕ່ລະເມືອງ ແລ້ວມອບບັນຊີໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອສະເໜີຂໍກາໝາຍຈາກໜ່ວຍງານຄຸ້ມຄອງ ( ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ) ຕາມຈໍານວນທີ່ຕ້ອງການໃນແຕ່ລະໄລຍະ.