18 ພຶດສະພາ ປິ່ນປົວຄົນເຈັບໂຄວິດ-19 ຫາຍດີ104ຄົນ , ສ່ວນຕິດເຊື້ອໃໝ່ມີ 49 ຄົນ

675

ຄະນະສະເພາະກິດລາຍງານພົບກໍລະນີຕິດເຊື້ອໂຄວິດໃໝ່ອີກ49ຄົນ, ບໍ່ມີກໍລະນີເສຍຊີວິດເພີ່ມ. ສ່ວນຄົນເຈັບໄດ້ຮັບການປິ່ນປົວດີໃໝ່104ຄົນ ລວມປິ່ນປົວດີສະສົມ 686ຄົນ, ກຳລັງນອນປິ່ນປົວ 999 ຄົນ. ສະເພາະຢູ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ກວດພົບເຊື້ອໃນຜູ້ທີ່ບໍ່ມີອາການຫຍັງ ແລະ ບໍ່ໄດ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ ຈິ່ງຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຮ່ວມຖະແຫຼງຂ່າວປະຈຳວັນທີ18 ພຶດສະພາ 2021 ທີ່ກະຊວງສທາທາລະນະສຸກ


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 17 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.967 ຕົວຢ່າງ; ໃນນັ້ນ ນະຄອນຫຼວງ 1.199 ຕົວຢ່າງ, ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫຼືອແມ່ນແຂວງອື່ນໆ 739 ຕົວຢາງ ພົບຜູ້ຕິດເຊື້ອໃໝ່ 49 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.687 ຄົນ , ເສຍຊີວີດໃໝ່ບໍ່ມີ, ເສຍຊິວິດສະສົມທັງໝົດ 2 ຄົນ.


ກໍລະນີ ຕິດເຊື້ອໃໝ່ 49 ຄົນ ມາຈາກ ນະຄອນຫຼວງວຽງຈັນ 8 ຄົນ ທັງໝົດແມ່ນຕິດເຊື້ອຈາກຄົນເຈັບເກົ່າທີ່ຕິດເຊື້ອໃນຊຸມຊົນ; ແຂວງບໍ່ແກ້ວ 26 ຄົນ( 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ສ່ວນ 25 ຄົນຕິດເຊື້ອຢູ່ເຂດເສດຖະກິດພິເສດແມ່ນຕິດເຊື້ອພາຍໃນຊຸມຊົນ);ສໍາລັບ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ.


ປະຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 999 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 686 ຄົນ (ໃໝ່ 104 ຄົນ)
ໃນບ້ານເຮົາ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ກວດພົບເຊື້ອໃນຜູ້ທີ່ບໍ່ມີອາການຫຍັງ ແລະ ບໍ່ໄດ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ, ຈິ່ງຮຽກຮ້ອງມາຍັງບັນດາທ່ານພໍ່ແມ່ປະຊາຊົນ ພະນັກງານ ທະຫານຕຳຫຼວດທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ໂດຍສະເພາະການປະຕິບັດຕາມ ແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ ແລະ ຮຽກຮ້ອງມາຍັງທຸກຄົນທີ່ໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ຫລື ໄປສະຖານທີທີ່ສ່ຽງ ແລະ ສະຖານທີ່ສາທາລະນະທີ່ມີບຸກຄົນຈຳນວນຫຼາຍເຊັ່ນວ່າ: ຕະຫຼາດ, ໂຮງໝໍຕ່າງໆແມ່ນໃຫ້ທ່ານຮີບຮ້ອນມາສະເຫນີຕົວດ່ວນ ໃນການເກັບຕົວຢ່າງ (ບໍ່ຈໍາເປັນຕ້ອງລໍຖ້າໃຫ້ຄົບ 14 ວັນ ຈຶ່ງມາກວດ) ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວທ່ານ ແລະ ຊຸມຊົນຂອງທ່ານຈາກພະຍາດໂຄວິດ-19 .


ທີ່ສຳຄັນບໍ່ໃຫ້ທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ເປັນເລື່ອງຫນ້າອາຍ ຫຼື ຢ້ານສັງຄົມລັງກຽດ, ບໍ່ວ່າທ່ານມີ ຫລື ບໍ່ມີອາການສະແດງອອກ ກໍໃຫ້ມາກວດດ່ວນ ພ້ອມດ້ວຍທຸກຄົນທີ່ເປັນສະມາຊິກພາຍໃນຄອບຄົວທີ່ທ່ານໄດ້ສໍາຜັດໃກ້ຊິດ, ພາຍຫລັງເກັບຕົວຢ່າງແລ້ວ ຊ່ວງທີ່ລໍຖ້າຜົນກວດ ໃຫ້ທ່ານກັກບໍລິເວນໂຕເອງ ແລະ ຄົນໃນຄອບຄົວໃຫ້ຄົບກຳນົດ 14 ວັນພາຍຫຼັງເກັບຕົວຢ່າງ ຢ່າງເຂັ້ມງວດ, ຖ້າມີຄວາມຈຳເປັນໃນການອອກໄປນອກບ້ານກໍ່ໃຫ້ໃສ່ຜ້າປິດປາກ-ດັງ ແລະ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ, ຕິດເຊື້ອຢ່າງເຄັ່ງຄັດ.

ເພື່ອໃຫ້ການລະບາດໃນຄັ້ງນີ້ຢຸດຕິໂດຍໄວ ແລະ ຕັດວົງຈອນການລະບາດ ແມ່ນທຸກຄົນຕ້ອງພ້ອມໃຈກັນເປັນອັນໜື່ງອັນດຽວໃນການປະຕິບັດມາດຕະການຢ່າງເຄັ່ງຄັດໂດຍການບໍ່ອອກຈາກບ້ານ, ບໍ່ມີການໂຮມຊຸມແຊວ ແລະ ຖ້າມີຄວາມຈຳເປັນອອກຈາກບ້ານແມ່ນໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.

ສະໜັບສະໜູນໂດຍ: