ງົວຕາຍ 6 ໂຕ ຍ້ອນເຈົ້າຂອງົວ ຮຽນແບບໃນຢູທູບ ຢ່າຫາເຮັດເດີ

1152

ວັນທີ 16 ພຶດສະພາ 2021 ນີ້ ມີງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ລົ້ມຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຕາມການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຮູ້ວ່າ ເປັນງົວຂອງທ່ານບຸນຕານ ວົງປັນຍາ ປະຊາຊົນບ້ານສີທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ເຈົ້າຂອງງົວໄດ້ກ່າວວ່າ: ກ່ອນໜ້າທີ່ງົວຈະລົ້ມຕາຍແບບກະທັນ ຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 3 ຖັງ ປະສົມກັບປຸ໋ຍ ປະມານ 1 ກິໂລ ເຊິ່ງຜ່ານມາຕົນກໍໄດ້ປະສົມໃຫ້ງົວກິນເປັນປະຈໍາ ແຕ່ກໍ່ບໍ່ປາກົດເປັນຫຍັງ ສູດໃນການປະສົມນີ້ ແມ່ນໄດ້ບົດຮຽນມາຈາກຊ່ອງຢູທູບ ວ່າການເອົາປຸ໋ຍປະສົມນໍ້າໃຫ້ງົວກິນເຮັດໃຫ້ງົວຕຸຸ້ຍດີ ແລະ ໃຫຍ່ໄວ ຈຶ່ງໄດ້ນໍາມາໃຊ້ກັບສັດລ້ຽງຂອງຕົນ ໂດຍສະເພາະແມ່ນງົວ.

ມາຮອດຕອນທ່ຽງຂອງ ວັນທີ 16 ພຶດສະພາ ຈຶ່ງເກີດເຫດການບໍ່ຄາດຄິດຂຶ້ນ ມີງົວຂອງຕົນລົ້ມຕາຍແບບກະທັນຫັນ ຈໍານວນ 6 ໂຕ ເຊິ່ງສາເຫດອາດເກີດຈາກການເອົາປຸ໋ຍປະສົມນໍ້າໃຫ້ງົວກິນ ບວກກັບສະພາບອາກາດຮ້ອນອົບເອົ້າແດ່ ຈຶ່ງເຮັດໃຫ້ງົວລົ້ມຕາຍ.


ຕໍ່ກັບເຫດການນີ້ ທ່ານ ບຸນຕານ ເຈົ້າຂອງງົວ ຍັງໄດ້ກ່າວຝາກເປັນບົດຮຽນເຖິງຜູ້ທີ່ລ້ຽງສັດໃຫຍ່ ໂດຍສະເພາະງົວ ແລະ ຄວາຍ ວ່າບໍ່ຄວນເອົາເປັນແບບຢ່າງ ການເອົາປຸ໋ຍປະສົມນໍ້າໃຫ້ສັດລ້ຽງກິນອາດເຮັດໃຫ້ສັດລ້ຽງຕາຍ ດັ່ງທີ່ໄດ້ເກີດກັບງົວຂອງຕົນ ເຊິ່ງເປັນຄວາມເສຍຫາຍຫຼາຍລ້ານກິບ.ພາບ: ອຸໄທ ພູມມາ.ຂ່າວ: ສ ປັນຍາທອງ.