ພາຍຸ ລະດູຮ້ອນ ພັດຖະຫຼົ່ມເຮືອນຊານປະຊາຊົນ ໄດ້ຮັບຄວາມເສຍຫາຍ 50 ຄອບຄົວ

777

ຕອນຄໍ່າຂອງວັນທີ 17 ພຶດສະພາ 2021 ມີພາຍຸລະດູຮ້ອນ ພັດເຂົ້າເຂດພາກໃຕ້ຂອງປະເທດລາວ ໂດຍສະເພາະແມ່ນເຂດບ້ານຫ້ວຍໄຮ ເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ເຮືອນຊານຂອງພໍ່ແມ່ປະຊາຊົນເສຍຫາຍປະມານ 50 ຫຼັງ.

ຄວາມແຮງຂອງລົມໄດ້ພັດເອົາສັງກະສີ ຫຼັງຄາເຮືອນເປີດປິວອອກ, ເຮັດໃຫ້ເຄື່ອງຂອງພາຍໃນເຮືອນໄດ້ຮັບຄວາມເສຍຫາຍຈາກນໍ້າຝົນຕົກໃສ່, ມາຮອດປະຈຸບັນຍັງບໍ່ທັນມີການປະເມີນມູນຄ່າຄວາມເສຍຫາຍ ຈາກເຫດຄັ້ງນີ້.