ເມືອງຫຼວງນໍ້າທາ ເອົາໃຈໃສ່ເຂັ້ມງວດກວດຄົນເຂົ້າ-ອອກເມືອງ ເພື່ອສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19

342

ຄະນະສະເພາະກິດຈຸດກວດກາ ບ້ານນາເຕີຍ ແລະ ບ້ານຈະເລີນສຸກ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ປ້ອງກັນເວນຍາມ, ຕິດຕາມ, ກວດກາຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ເພື່ອ ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ.


ທ່ານ ພັທ ຄໍາແຫຼ່ງ ແສງຄໍາດີ ຮອງກອງບັນຊາການ ປກສ ເມືອງຫຼວງນໍ້າທາ ຜູ້ປະຈໍາການຈຸດກວດກາ ຢູ່ບ້ານນາເຕີຍ ລາຍງານໃຫ້ຮູ້ວ່າ: ຈຸດດັ່ງກ່າວແມ່ນ ໄດ້ເອົາໃຈໃສ່ປະຕິບັດໜ້າທີພັດປ່ຽນກັນເວນຍາມຕະຫຼອດ 24 ຊົ່ວໂມງເພື່ອຕິດຕາມ, ກວດກາ ຄົນເຂົ້າ-ອອກ, ການຂົນສົ່ງສິນຄ້າ, ກໍລະນີບໍ່ມີເອກະສານຄົບຖ້ວນ ຄະນະສະເພາະກິດ ຈະບໍ່ອະນຸຍາດໃຫ້ເຂົ້າມາເມືອງຫຼວງນໍ້າທາ ຢ່າງເດັດຂາດ ໃນຊ່ວງໄລຍະລັອກດາວ ເພື່ອປ້ອງກັນພະຍາດໂຄວິດ-19 ຈົນຮອດ ວັນທີ 20 ພຶດສະພາ 2021 ຕາມແຈ້ງການຂອງຂັ້ນເທິງວາງອອກ.


ທ່ານ ພັຕ ເພັງ ສຸວັນໄຊ ຮອງພະແນກຕໍາຫຼວດ ປກສ ເມືອງຫຼວງນໍ້າທາ ປະຈໍາກວດກາ ບ້ານຈະເລີນສຸກ ໃຫ້ຮູ້ວ່າ: ຈຸດກວດກາ ບ້ານຈະເລີນສຸກ ກໍແມ່ນຈຸດໜຶ່ງ ທີ່ໄດ້ຮັບອະນຸມັດຈາກຂັ້ນເທິງ ໃນການຕິດຕາມ, ກວດກາ ຄົນເຂົ້າ-ອອກ ເພື່ອສະກັດກັ້ນພະຍາດໂຄວິດ-19 ກໍໄດ້ພັດປ່ຽນກັນເວນຍາມ ຕະຫຼອດ 24 ຊົ່ວໂມງ.


ຜ່ານການຈັດຕັ້ງປະຕິບັດ ຍັງມີບາງຄົນລະເມີດລະບຽບການຂອງຂັ້ນເທິງ ໃນການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນແມ່ນ ບໍ່ມີເອກະສານຈາກຄະນະສະເພາະກິດຈຶ່ງມອບໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະ ແມ່ນນັກຂັບຂີ່ ທີ່ເດີນທາງເຂົ້າ-ອອກເມືອງ ຈົ່ງພ້ອມກັນປະຕິບັດຕາມແຈ້ງການຂອງຂັ້ນເທິງ ໃນການສະກັດກັ້ນ ພະຍາດໂຄວິດ-19 ຕ້ອງມີເອກະສານຈາກອົງການປົກຄອງບ້ານ ກໍຄືຄະນະສະເພາະກິດ ຢ່າງຖືກຕ້ອງ ຈຶ່ງສາມາດເຂົ້າ-ອອກໄດ້ ໃນຊ່ວງໄລຍະລັອກດາວນີ້.