ຊາວໜຸ່ມຕະລຸມບອນ ເມືອງມະຫາໄຊ ສ້າງຂະບວນການປັບປຸງສ້ອມແປງຂົວ

527

ໃນວັນທີ 14 ພຶດສະພາ 2021 ທີ່ຜ່ານມາ ການນໍາເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ນໍາພາສະມາຊິກຊາວໜຸ່ມຕະລຸມບອນ ສ້າງຂະບວນການອອກແຮງງານ ປັບປຸງສ້ອມແປງຂົວ ຢູ່ ຂົວຂ້າມຫ້ວຍນໍ້າປຽກ ເສັ້ນທາງເມືອງມະຫາໄຊ ໄປຫາ ເມືອງໄຊບົວທອງ ນໍາໂດຍ ສະຫາຍ ແສງຈັນ ຊາມົນຕຣີ ຮອງເຈົ້າເມືອງໆ ມະຫາໄຊ ເຂົ້າຮ່ວມມີ ສະຫາຍ ສາຍຄໍາ ພະໄຊສິດທິເດດ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ປປລ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ບັນດາສະຫາຍ ຄະນະຊາວໜຸ່ມເມືອງ ຕະຫຼອດສະມາຊິກຊາວໜຸ່ມຕະລຸມບອນ ເຂົ້າຮ່ວມ ຢ່າງເປັນຂະບວນ.

ສະຫາຍ ແສງຈັນ ຊາມົນຕຣີ ຮອງເຈົ້າເມືອງໆ ມະຫາໄຊ ໄດ້ໃຫ້ສໍາພາດກັບສື່ມວນຊົນ ວ່າ: ໃນການສ້າງຂະບວນການຄັ້ງນີ້ ແມ່ນໄດ້ພ້ອມພາກັນ ປັບປຸງຖົ່ມດິນ ແລະ ປ່ຽນໄມ້ໃສ່ໃໝ່ ເພື່ອເຮັດໃຫ້ຂົວດັ່ງກ່າວ ມີຄວາມແໜ້ນໜາຖາວອນເພີ່ມຂຶ້ນ ເຮັດໃຫ້ການໄປມາຫາສູ່ ມີຄວາມສະດວກສະບາຍ ເພາະເສັ້ນທາງດັ່ງກ່າວເປັນເສັ້ນທາງໜື່ງ ທີ່ສໍາຄັນໃນການສັນຈອນໄປມາຂອງພໍ່ແມ່ ປະຊາຊົນ ເມືອງມະຫາໄຊ ແລະ ເມືອງໄຊບົວທອງ; ເຮັດໃຫ້ການໄປ-ມາ ໃນຊ່ວງລະດູຝົນໄດ້ມີຄວາມສະດວກສະບາຍ; ດັ່ງນັ້ນ ຄະນະບໍລິຫານງານຊາວໜຸ່ມເມືອງ ໂດຍສົມທົບກັບການນຳຂັ້ນເມືອງ ໄດ້ປຸກລະດົມຂົນຂວາຍສ້າງຂະບວນການດັ່ງກ່າວ ໂດຍມີບັນດາສະຫາຍສະມາຊິກຊາວໜຸ່ມອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ຊາວໜຸ່ມ-ໄວໜຸ່ມ ໄດ້ມີສ່ວນຮ່ວມ.

ໃນຂະບວນການຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ ຍັງໄດ້ປະກອບສ່ວນ ນໍ້າດື່ມ ພ້ອມດ້ວຍເຄື່ອງດື່ມ ຈໍານວນໜຶ່ງ ລວມມູນຄ່າ 300.000 ກີບ ມອບໂດຍ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ພ້ອມທັງຮ່ວມສ້າງຂະບວນການ ຢ່າງເປັນຂະບວນຟົດຟື້້ນ ຈົນໄດ້ຮັບຜົນສໍາເລັດ.