ເອພີ ເຜີຍ ໄດ້ຮັບແຈ້ງໃຫ້ອົບພະຍົກ 1 ຊົ່ວໂມງ ກ່ອນຈະຫຼວດຂອງອິດສະຣາແອນຖະຫຼົ່ມສຳນັກງານ

1632

ສຳນັກຂ່າວເອພີລາຍງານວ່າ: ອິດສະຣາແອນໄດ້ໂທລະສັບເຂົ້າມາແຈ້ງກ່ອນພຽງ 1 ຊົ່ວໂມງເທົ່ານັ້ນ ກ່ອນປະຕິບັດການໂຈມຕີທາງອາກາດຂອງກອງທັບອິດສະຣາແອນ ເຮັດໃຫ້ອາຄານສຳນັກຂ່າວເອພີຖືກຖະຫຼົ່ມພັງພິນາດ.


ລາຍງານລະບຸວ່າ: ໃນວັນທີ 15 ພຶດສະພາ ເຊິ່ງເປັນວັນເກີດເຫດມີນັກຂ່າວຂອງເອພີ ແລະ ຜູ້ສື່ຂ່າວອິດສະຫຼະຈຳນວນ 12 ຄົນທີ່ກຳລັງປະຕິບັດໜ້າທີ່ ແລະ ພັກຜ່ອນຢູ່ໃນອາຄານດັ່ງກ່າວ ໂດຍເອພີໄດ້ຮັບໂທລະສັບແຈ້ງເຕືອນຈາກກອງທັບອິດສະຣາແອນໃນຊ່ວງຕອນບ່າຍວ່າ ໃຫ້ທຸກຄົນອົບພະຍົກອອກຈາກສຳນັກງານພາຍໃນ 1 ຊົ່ວໂມງ, ຫຼັງຈາກນັ້ນ ທຸກຄົນກໍໄດ້ພາກັນເກັບເຄື່ອງຂອງເທົ່າທີ່ຈະເອົາໄປໄດ້, ກ່ອນຈະຫຼວດ 3 ລູກໄດ້ຖືກຍິງໃສ່ອາຄານສູງ 12 ຊັ້ນຈົນພັງຖະຫຼົ່ມລົງມາທັນທີ, ເຖິງວ່າບໍ່ມີຜູ້ເສຍຊີວິດ ແຕ່ສຳນັກງານທີ່ໃຊ້ເປັນບ່ອນເຮັດວຽກທຸກວັນ ປຽບເໝືອນເປັນເຮືອນຫຼັງທີ 2 ຂອງພວກເຂົາກໍບໍ່ມີຫຍັງຫຼົງເຫຼືອອີກເລີຍ.
ກ່ອນຈະຖືກຈະຫຼວດຍິງ ສຳນັກຂ່າວເອພີໄດ້ພະຍາຍາມຕິດຕໍ່ຫາກອງທັບ, ກະຊວງການຕ່າງປະເທດ ແລະ ສຳນັກງານນາຍົກລັດຖະມົນຕີອິດສະຣາແອນ ແຕ່ກໍບໍ່ມີການຕອບຮັບໃດໆ.


ສຳນັກຂ່າວເອພີໄດ້ໃຊ້ຊັ້ນເທິງສຸດ (ຊັ້ນທີ 12) ຂອງອາຄານແຫ່ງນີ້ມາຍາວນານກວ່າ 15 ປີ ເພາະຖືວ່າເປັນຈຸດທີ່ດີທີ່ສຸດ ແລະ ໃຊ້ລາຍງານຂ່າວກ່ຽວກັບຄວາມຂັດແຍ່ງລະຫວ່າງອິດສະຣາແອນກັບກຸ່ມຮາມາສ ເຊິ່ງລວມເຖິງສົງຄາມເມື່ອປີ 2009, 2012 ແລະ 2014 ກ້ອງທີ່ຖືກຕິດຕັ້ງຢູ່ສຳນັກງານແຫ່ງນີ້ສາມາດຖ່າຍພາບການຕໍ່ສູ້ໄດ້ຕະຫຼອດ 24 ຊົ່ວໂມງ ທັງຈາກການໂຈມຕີຂອງກຸ່ມຮາມາສ ແລະ ການຍິງຕອບໂຕ້ຂອງອິດສະຣາແອນ.

ແຕ່ກອງອິດສະຣາແອນອ້າງວ່າ ອາຄານແຫ່ງນີ້ ຖືກໃຊ້ເປັນສຳນັກງານຂອງໜ່ວຍສືບຂ່າວລັບຂອງກຸ່ມຮາມາສ ແຕ່ຜູ້ບໍລິຫານຂອງສຳນັກຂ່າວເອພີຢືນຢັນວ່າ ບໍ່ເຄີຍມີຂໍ້ມູນ ຫຼື ສິ່ງບົ່ງຊີ້ໃດໆວ່າ ກຸ່ມຮາມາສຈະອາໄສຢູ່ອາຄານແຫ່ງນີ້ ຫຼື ມີກິດຈະກຳໃດໆໃນອາຄານແຫ່ງນີ້ມາກ່ອນ ເພາະບໍ່ມີທາງທີ່ເອພີຈະໃຫ້ນັກຂ່າວຕົກຢູ່ໃນຄວາມສ່ຽງຈະເກີດອັນຕະລາຍ.

ແຕ່ສິ່ງທີ່ກອງທັບອິດສະຣາແອນໂຈມຕີສຳນັກງານຂ່າວເອພີ ແລະ ສຳນັກຂ່າວອື່ນໆຂອງຕ່າງປະເທດໃນກາຊາຄັ້ງນີ້ ຖືວ່າຊ໊ອກໂລກ ແລະ ຈະເຮັດໃຫ້ໂລກຮັບຮູ້ກ່ຽວກັບກາຊາໜ້ອຍລົງ.