ພະຍາບານອາເມຣິກາ ຕຳໜິCDC ອອກຄຳແນະນຳ ຜູ້ທີ່ສັກວັກແຊັງຄົບແລ້ວບໍ່ຈຳເປັນຕ້ອງໃສ່ຜ້າອັດປາກ

236

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະພາບແຮງງານພະຍາບານສະຫະລັດອາເມຣິກາ (NNU) ເຊິ່ງເປັນສະຫະພາບແຮງງານພະຍາບານຂະໜາດໃຫຍ່ຂອງອາເມຣິກາ ໄດ້ອອກຖະແຫຼງການປະນາມຄຳແນະນຳຂອງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (CDC) ທີ່ລະບຸວ່າ ຜູ້ທີ່ສັກວັກແຊັງປ້ອງກັນໂຄວິດ-19 ຄົບ 2 ໂດສແລ້ວບໍ່ຈຳເປັນໃສ່ຜ້າອັດປາກ-ດັງໃນສະຖານທີ່ສາທາລະນະ.


NNU ລະບຸວ່າ: ຄຳແນະນຳຂອງ CDC ບໍ່ໄດ້ຕັ້ງຢູ່ບົນພື້ນຖານຂອງຫຼັກວິທະຍາສາດການແພດ ແລະ ບໍ່ໄດ້ປົກປ້ອງສຸຂະພາບຂອງປະຊາຊົນ, ເປັນການຄຸກຄາມຜູ້ຕິດເຊື້ອໂຄວິດ, ພະຍາບານ, ແພດ ແລະ ຜູ້ປະຕິບັດໜ້າທີ່ຢູ່ປ້ອມດ່ານໜ້າໃນການຕໍ່ສູ້ກັບພະຍາດໂຄວິດ-19.


NNU ລະບຸອີກວ່າ: ຂະນະນີ້ຍັງບໍ່ເຖິງເວລາທີ່ຈະຜ່ອນຄາຍມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ເພາະອາເມຣິກາຍັງປະເຊີນກັບການແຜ່ລະບາດ ແລະ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບສະຕະວັດ, ພ້ອມທັງຮຽກຮ້ອງໃຫ້ສຳນັກງານສາທາລະນະສຸກ ແລະ ຄວາມປອດໄພດ້ານວິຊາຊີບຂອງອາເມຣິກາ (OSHA) ມີຄຳສັ່ງສຸກເສີນກ່ຽວກັບມາດຕະຖານໃນການປ້ອງກັນພະຍາດໂຄວິດ-19 ຢ່າງຮີບດ່ວນ ກ່ອນຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກ.


ຄຳຕຳນິດັ່ງກ່າວ ມີຂຶ້ນຫຼັງຈາກທີ່ເມື່ອວັນພະຫັດຜ່ານມາ CDC ໄດ້ອອກຄຳແນະນຳໃຫ້ຊາວອາເມຣິກາທີ່ສັກວັກແຊັງແລ້ວບໍ່ຈຳເປັນຕ້ອງໃສ່ຜ້າອັດປາກ ເມື່ອອອກຈາກທີ່ຢູ່ອາໄສ.