ຄະນະສະເພາະກິດ ຮຽກຮ້ອງໃຫ້ ເມື່ອໄດ້ຮັບຂໍ້ມູນຈາກສື່ສັງຄົມອອນລາຍຕ່າງໆ ທ່ານຄວນວິເຄາະຂໍ້ມູນວ່າຂ່າວແທ້ ຫຼື ຂ່າວປອມ ກ່ອນຈະສົ່ງຕໍ່ຂໍ້ມູນ

588

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ  ກ່າວໃນພິທີຖະແຫລງຂ່າວປະຈຳວັນທີ 17 ພຶດສະພາ 2021 ໂດຍ ຮຽກຮ້ອງໃຫ້ສັງຄົມຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງທີ່ເປັນທາງການ ຢຸດການສົ່ງຕໍ່ຂໍ້ມູນທີ່ເປັນຂ່າວປອມ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ເນັ້ນວ່າ: ຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ເມື່ອທ່ານໄດ້ຮັບຂໍ້ມູນຂ່າວສານ ຈາກສື່ສັງຄົມອອນລາຍຕ່າງໆ ຄວນວິເຄາະຂໍ້ມູນ, ແຫຼ່ງທີ່ມາຂອງຂໍ້ມູນ, ຂ່າວແທ້ ຫຼື ຂ່າວປອມ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນດັ່ງກ່າວ ໃຫ້ແກ່ບຸກຄົນອື່ນ.

ທ່ານກ່າວຕື່ມວ່າ: ເພື່ອຄວບຄຸມການລະບາດ ໃຫ້ຢຸດຕິລົງໂດຍໄວ ການສັກວັກຊີນກັນພະຍາດ ເປັນອີກຊ່ອງທາງໜຶ່ງ ທີ່ຈະຊ່ວຍໃຫ້ປະເທດຂອງພວກເຮົາລອດພົ້ນຈາກການລະບາດໃນຄັ້ງນີ້ໄດ້. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຈົ່ງຮ່ວມແຮງຮ່ວມໃຈກັນ ໄປສັກວັກຊີນກັນພະຍາດ ຕາມສະຖານທີ່ບໍລິການສາທາລະນະສຸກທີ່ກຳນົດໄວ້ ເພື່ອເປັນການປະກອບສ່ວນອັນສຳຄັນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຢູ່ໃນແຂວງຂອງທ່ານ;


ຄຽງຄູ່ກັບການສັກວັກຊີນກັນພະຍາດນັ້ນ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ກໍ່ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ