ທ່ານນາຍົກປະຊຸມຮ່ວມກັບເຈົ້າແຂວງທົ່ວປະເທດ ເຖິງມາດຕະການຮີບດ່ວນໃນພາລະກິດຕ້ານໂຄວິດ-19

1265

ໂຄວິດວິ-19 ສັດຕູໂຕຮ້າຍກາດທີ່ມາທຳລາຍຮອຍຍີ້ມ ສຽງຫົວ ແລະຄວາມສຸກຂອງປະຊາຊົນລາວ ພວກເຮົາທຸກຄົນຕ້ອງຮ່ວມມືກັນເຮັດໃຫ້ພະຍາດຮ້າຍນີ້ໝົດໄປຈາກແຜ່ນດິນລາວ, ເຊິ່ງໂອກາດການປະຊຸມທາງໄກຂອງທ່ານນາຍົກລັດຖະມົນຕີກັບບັນດາເຈົ້າແຂວງທົ່ວປະເທດ ແມ່ນໃຫ້ສຸມໃສ່ສັກວັກຊິນເປັນກໍລະນີເລັ່ງດ່ວນທີ່ສຸດບໍ່ຄວນລັງເລອີກ ອັນສຳຄັນໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະໃຫ້ການຮ່ວມມື.


ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງສູນກາງຫາທ້ອງຖິ່ນ ຂອງຄະນະສະເພາະກິດສູນກາງກັບທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພານີ້ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານລັດຖະມົນຕີກະຊວງ ແລະ ເຈົ້າແຂວງທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ລາຍງານການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ການໂຄສະນາເຜີຍແຜ່, ຜັນຂະຫຍາຍ ບັນດານິຕິກຳຕ່າງໆ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ການກະກຽມຄວາມພ້ອມດ້ານສະຖານທີ່ປິ່ນປົວ, ສູນກັກກັນ ແລະ ດ້ານຄວາມພ້ອມບຸກຄະລະກອນແພດໝໍ, ອຸປະກອນການແພດ, ສະພາບການຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ, ການປະສານງານລະຫວ່າງຄະນະສະເພາະກິດໃນແຕ່ລະຂັ້ນ ແລະ ອື່ນໆ.


ໂອກາດນີ້ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ 5 ວຽກງານສຳຄັນຄື: ວຽກຮີບດ່ວນສະເພາະໜ້າ ແມ່ນໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງຕາມຮູບແບບການບັນຊາການສູ້ຮົົບ, ຂັ້ນສູນກາງ ແມ່ນເປັນເສນາທິການບັນຊາໃຫ້ແກ່ກົມການເມືອງສູນກາງພັກ ແລະ ລັດຖະບານ, ຢູ່ຂັ້ນທ້ອງຖິ່ນ ແມ່ນເປັນເສນາ ບັນຊາໃຫ້ແກ່ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ, ອັນສຳຄັນຕ້ອງມີແບບປະຕິບັດງານ ທີ່ຈະແຈ້ງມີເປົ້າໝາຍ, ມີຄາດໝາຍທີ່ຮັດກຸມ, ມີກຳລັງຄົນ ກັບກຳລັງຊັບຈັດຕັ້ງປະຕິບັດຄັກແນ່, ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20/5/2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄັກແນ່.

ດ້ານການແພດນັ້ນ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດ ກ່ຽວກັບການຈັດຫາວັກຊິນ ແລະ ສັກວັກຊິນໃຫ້ໄດ້ຫຼາຍ, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ເປັນວຽກຕ້ອງສຸມໃສ່ເຮັດໂດຍບໍ່ໃຫ້ລັ່ງເລຫຍັງອີກ, ອັນໜຶ່ງອີກ ໃຫ້ຖອດຖອນບົດຮຽນນໍາປະເທດ ເພື່ອນມິດກ່ຽວກັບຢາປົວ, ຢາຊະນິດໃດ ປົວແລ້ວຫາຍໄວຄວນໄດ້ນຳໃຊ້ອັນນັ້ນ, ພ້ອມກັນນັ້ນ ກໍເຫັນດີປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວທັນການຂຶ້ນ, ສ່ວນການຈັດສັນງົບປະມານໃຫ້ມີແຜນລະອຽດຕົວຈິງບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນອີຫຼີ ແລະ ເຫັນດີສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານກັບຄວາມສ່ຽງສູງ.

ຂ່າວ: ເວບໄຊ