ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວຊຸກຍູ້ການຜະລິດຂອງໂຮງງານອຸດສາຫະກຳ ພ້ອມເນັ້ນໃຫ້ຄຸມເຂັ້ມການປ້ອງກັນ ໂຄວິດ-19

668

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ລົງຕິດຕາມສະພາບການຜະລິດຂອງໂຮງງານອຸດສາຫະກຳໃນ ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ ໂນນທອງ (ນອຄວ) ຫຼື VITA Park ເພື່ອຊຸກຍູ້, ຕິດຕາມ ການຜະລິດຂອງໂຮງງານ ແລະ ເນັ້ນໃຫ້ມີມາດຕະການເຂັ້ມງວດໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19.

ການລົງຢ້ຽມຢາມຄັ້ງນີ້ມີຂຶ້ນໃນຕອນບ່າຍມື້ນີ້ ວັນທີ 17 ພຶດສະພາ 2021 ໂດຍການຕ້ອນຮັບຂອງ ທ່ານ ທອງທິບ ພັນນຸລາດ ຮັກສາການຫ້ອງການຄຸ້ມຄອງ ບໍລິຫານ ນອຄວ ພ້ອມຄະນະ.


ການເຄື່ອນໄຫວວຽກງານໃນຄັ້ງນີ້ແມ່ນເພື່ອ ຊຸກຍູ້ການດໍາເນີນກິດຈະການໂຮງງານ ແລະ ຕິດຕາມການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ພະຍາດໂຄວິດ-19 ຂອງບັນດາບໍລິສັດ/ໂຮງງານ ທີ່ຕັ້ງຢູ່ພາຍໃນເຂດນິຄົມອຸດສາຫະກໍາດັ່ງກ່າວ ເພື່ອເຮັດໃຫ້ໂຮງງານທີ່ມີເງື່ອນໄຂ ແລະ ມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດດໍາເນີນການຜະລິດ ແລະທັງເປັນການປ້ອງກັນ ຫຼື ສະກັດກັ້ນການແຜ່ລະບາດ ເຂົ້າໃນເຂດໂຮງຈັກໂຮງງານອຸດສາຫະກໍາ.

ທ່ານ ທອງທິບ ພັນນຸລາດ ຮັກສາການຫ້ອງການຄຸ້ມຄອງ ບໍລິຫານ ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ໄດ້ກ່າວວ່າ: ມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ພາຍໃນ ນອຄວ ແມ່ນໄດ້ປະຕິບັດຄໍາສັ່ງ 15/ນຍ ລົງວັນທີ 21 ເມສາ 2021, ພ້ອມນັ້ນ ຫ້ອງການ ນອຄວ ໄດ້ອອກແຈ້ງການເລກທີ 1164/ຫນອຄວ ລົງວັນທີ 23 ເມສາ 2021 ເຖິງໂຮງງານພາຍໃນເພື່ອແນະນໍາການເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ການກຽມຄວາມພ້ອມເພື່ອຕ້ານພະຍາດໂຄວິດ-19.

ໃນໂອກາດນີ້ ທ່ານ ຄໍາແພງ ໄຊສົມແພງ ກໍໄດ້ໃຫ້ການຊີ້ນໍາແກ່ຄະນະຄຸ້ມຄອງບໍລິຫານເຂດ ໃນການເອົາໃຈໃສ່ຊຸກຍູ້ການຜະລິດ ຂອງບັນດາໂຮງງານໃນເຂດນິຄົມ ເພື່ອຮັບປະກັນການດໍາເນີນການຜະລິດ ແລະ ການປ້ອງກັນ ຫຼື ສະກັດກັ້ນການແຜ່ລະບາດຂອງພະຍາດ ພ້ອມນີ້ກໍໄດ້ລົງຕິດຕາມເບິ່ງສະພາບການຜະລິດ ແລະ ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຂອງ 3 ໂຮງງານ ຄື ໂຮງງານຕັດຫຍິບ ມັສຄອັດ, ໂຮງງານ ແອັມ ແອັມ ຊີ ແລະ ໂຮງງານ ໄດອີ ຈິ.