17ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ຫຼາຍສຸດແຂວງບໍ່ແກ້ວ 38 ຄົນ

1194

17ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ຫຼາຍສຸດແຂວງບໍ່ແກ້ວ38ຄົນ, ຮອງມາແມ່ນນະຄອນຫຼວງວຽງຈັນ4 ຄົນ, ແຂວງຈຳປາສັກ3 ຄົນແລະ ສະຫວັນນະເຂດ 2 ຄົນ; ປິ່ນປົວດີໃໝ່8 ຄົນ ລວມເປັນ582 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວປະຈຳສັຮທີ17 ພຶດສະພາ 2021.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 16 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ 2.340 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1.006 ຕົວຢ່າງ ແລະ ຕ່າງແຂວງ 1.334 ຕົວຢາງ ພົບຜູ້ຕິດເຊື້ອໃໝ່ 47 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.638 ຄົນ, ບໍ່ມີກໍລະນີເສຍຊີວິດເພີ່ມ.


ກໍລະນີ ຕິດເຊື້ອໃໝ່ 47 ຄົນ ປະກອບມີນະຄອນຫຼວງວຽງຈັນ 4 ຄົນ (ໃນນັ້ນ ກໍລະນີນຳເຂົ້າ 1 ຄົນ ເຊິ່ງ ແມ່ນແຮງງານລາວທີ່ກັບມາຈາກໄທ, ສ່ວນ 3 ຄົນ ແມ່ນຕິດເຊື້ອໃນຊຸມຊົນ); ແຂວງບໍ່ແກ້ວ 38 ຄົນນັ້ນ ກໍ່ແມ່ນຕິດເຊື້ອພາຍໃນຊຸມຊົນ ເຊັ່ນດຽວກັນ; ສໍາລັບ ແຂວງຈໍາປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ.


ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.054 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 582 ຄົນ (ໃໝ່ 8 ຄົນ)
ສະພາບການລະບາດໃນທົ່ວໂລກ, ມາຮອດປັດຈຸບັນເຫັນວ່າ ການລະບາດກໍ່ຍັງສູງຂຶ້ນຢ່າງຕໍ່ເນື່ອງ, ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ກໍກໍາລັງປະເຊີນໜ້າກັບການລະບາດຮອບໃໝ່. ຢູ່ ສປປ ລາວ ການລະບາດໃນບາງແຂວງກໍຍັງບໍ່ມີທ່າອ່ຽງທີ່ຢຸດຕິລົງ ໂດຍໄວ ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ ແລະ ບໍ່ແກ້ວ. ດັ່ງນັ້ນ, ປະເທດພວກເຮົາ ຈຶ່ງຍັງມີຄວາມສ່ຽງສູງ ຖ້າຫາກພວກເຮົາຍັງບໍ່ເອົາໃຈໃສ່ ປະຕິບັດຕາມແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ;


ເພື່ອຄວບຄຸມການລະບາດ ໃຫ້ຢຸດຕິລົງໂດຍໄວ ການສັກວັກຊີນ(ວັກແຊັງ)ກັນພະຍາດ ເປັນອີກຊ່ອງທາງໜຶ່ງ ທີ່ຈະຊ່ວຍໃຫ້ປະເທດຂອງພວກເຮົາລອດພົ້ນຈາກການລະບາດໃນຄັ້ງນີ້ໄດ້. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຈົ່ງຮ່ວມແຮງຮ່ວມໃຈກັນ ໄປສັກວັກຊີນກັນພະຍາດ ຕາມສະຖານທີ່ບໍລິການສາທາລະນະສຸກທີ່ກຳນົດໄວ້ ເພື່ອເປັນການປະກອບສ່ວນອັນສຳຄັນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຢູ່ໃນແຂວງຂອງທ່ານ.

ຄຽງຄູ່ກັບການສັກວັກຊີນກັນພະຍາດນັ້ນ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ກໍ່ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;

ອີກເທື່ອໜຶ່ງ, ຂໍຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ເມື່ອທ່ານໄດ້ຮັບຂໍ້ມູນຂ່າວສານ ຈາກສື່ສັງຄົມອອນລາຍຕ່າງໆ ຄວນວິເຄາະຂໍ້ມູນ, ແຫຼ່ງທີ່ມາຂອງຂໍ້ມູນ, ຂ່າວແທ້ ຫຼື ຂ່າວປອມ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນດັ່ງກ່າວ ໃຫ້ແກ່ບຸກຄົນອື່ນ.

ສະໜັບສະໜູນໂດຍ: