10 ວິທີເບິ່ງແຍງສຸຂະພາບ ແລະ ຈິດໃຈ ໃຫ້ປົກກະຕິເມື່ອຕ້ອງຢູ່ເຮືອນເປັນເວລາດົນ

800

ຊ່ວງນີ້ຫຼາຍຄົນຕ້ອງໃຊ້ເວລາຢູ່ກັບເຮືອນໃຫ້ຫຼາຍຂຶ້ນ ເພື່ອຫຼີກລ່ຽງໂລກໄພຕ່າງໆ ຈາກພາຍນອກ ຈົນບາງຄັ້ງກໍອາດຮູ້ສຶກເບື່ອ, ຊຶມເສົ້າ ແລະ ບໍ່ສົດຊື່ນຄືເຄີຍເປັນ ເພາະສະນັັ້ນ ຕ້ອງຫາວິທີເບິ່ງແຍງສຸຂະພາບ ແລະ ຈິດໃຈໃຫ້ແຂງແຮງ ເມື່ອເຮົາຕ້ອງຢູ່ຕິດເຮືອນເປັນເວລາດົນ ເພື່ອບໍ່ໃຫ້ຕົນເອງໝົດໄຟ ຈົນບໍ່ຢາກເຮັດຫຍັງ.
ເຖິງວ່າເຮືອນຈະເປັນ Safe Zone ຊັ້ນດີ ແຕ່ຖ້າຫາກຢູ່ຕິດກັບທີ່ຫຼາຍເກີນໄປແມ່ນບໍ່ໄຫວແນ່ນອນ ເຮົາອາດຈໍາເປັນຈະຕ້ອງມີເຄັດລັບງ່າຍໆເກັບໄວ້ເບິ່ງແຍງຕົນເອງ ເພື່ອໃຫ້ຮູ້ສຶກດີກັບການໃຊ້ຊີວິດໃນທຸກໆມື້.


1. ຕື່ນແຕ່ເຊົ້າອອກໄປຮັບແສງແດດພາຍນອກ: ເວົ້າກັນວ່າແສງແດດໃນຍາມເຊົ້າຊ່ວງເວລາ 6-8ໂມງເຊົ້າ ມີຂໍ້ດີທັງຕໍ່ສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດໃຈຂອງເຮົາຫຼາຍ ເນື່ອງຈາກແດດໃນຕອນເຊົ້ານັ້ນມີວິຕາມິນ D ທີ່ໃຫ້ປະໂຫຍດກັບຮ່າງກາຍ ໂດຍສະເພາະຢ່າງຍິ່ງໃນດ້ານທີ່ສໍາຜັດຕໍ່ອາລົມ ແລະ ຄວາມຮູ້ສຶກ ແສງແດດອາດຈະຊ່ວຍໃຫ້ສະໝອງຫຼັ່ງສານໂຊໂຣໂທນິນເພີ່ມຂຶ້ນ ເຊິ່ງມີສ່ວນຊ່ວຍກະຕຸ້ນອາລົມ, ສະມາທິ ແລະ ສ້າງຄວາມໃຈເຢັນໄດ້
2. ອອກກໍາລັງກາຍຢ່າງສະໝໍ່າສະເໝີ: ຫາກຮູ້ສຶກວ່າງ ແລະ ຢາກລຸກຂຶ້ນມາສ້າງປະໂຫຍດໃຫກັບຕົນເອງ ລອງຄົ້ນຫາຄິບວີດີໂອການອອກກໍາລັງກາຍ ຫຼຸດສະເພາະສ່ວນ ຫຼື ຈະເປັນການຮັກສາດ້ວຍທ່າຕ່າງໆ ກໍຈະສາມາດເຮັດໃຫ້ເຮົາມ່ວນຫຼາຍຂຶ້ນ ແຕ່ຢ່າອອກກໍາລັງກາຍໃນຊ່ວງກ່ອນນອນ ຈະສົ່ງຜົນຕໍ່ການນອນບໍ່ຫຼັບໄດ້.
3. ອາດຈະງີບຫຼັບໃນຕອນກາງເວັນ: ໂດຍສະເພາະການນອນຫຼັບໃນຊ່ວງ 10-20 ນາທີ ຈະຊ່ວຍໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແລະ ພ້ອມເຮັດກິດຈະກໍາຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ຖ້າຫຼັບຫຼັງຈາກອາຫານຕອນສວາຍ ຈະຊ່ວຍລົດຄວາມຢາກອາຫານປະເພດ Junk Food ລົງ ແລະ ຍັງຊ່ວຍຫຼຸດນໍ້າໜັກໄດ້ດີອີກດ້ວຍ ແຕ່ບໍ່ຄວນກາຍ 30 ນາທີຂຶ້ນໄປ ເພາະຈະເຮັດໃຫ້ເຮົາມຶນຫົວເລັກໜ້ອຍ ແລະ ອາດມີອາການປວດຫົວຕາມມານັ້ນເອງ
4. ອ່ານຂ່າວພໍປະມານຢ່າວິຕົກກັງວົນຫຼາຍເກີນໄປ: ຕ້ອງເປີດຮັບຂໍ້ເທັດຈິງຮອບດ້ານ ແລະ ພິຈາລະນາໄຕ່ຕອງໃຫ້ດີ ຢ່າຟ້າວເຊື່ອຂ່າວທີ່ສົ່ງຕໍ່ໆກັນມາຜ່ານໂລກໂຊຊຽວ ຄວນເລືອກຮັບຟັງຂໍ້ມູນຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ ງົດເສບຂ່າວກ່ອນນອນ ເພາະອາດເຮັດໃຫ້ຄິດຫຼາຍ ວິຕົກກັງວົນ ຈົນສົ່ງຜົນຕໍ່ການນອນຫຼັບ.


5. ເຝິກເຮັດອາຫານ: ຫຼາຍຄົນເມື່ອຕ້ອງຢູ່ບ້ານດົນໆ ບໍ່ໄດ້ອອກໄປໃສ ອາດກິນແຕ່ອາຫານແບບເກົ່າ ຈົນເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ສະນັ້ນ ເຮົາມາລອງຝຶກເຮັດອາຫານ ໂດຍເລີ່ມຕົ້ນຈາກອາຫານງ່າຍໆ ເຊື່ອວ່າເປັນການໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ຍັງໄດ້ກິນອາຫານທີ່ປຸງສຸກໃໝ່ ປອດໄພ ແລະ ມີຄຸນຄ່າຕໍ່ຮ່າງກາຍອີກດ້ວຍ
6. ຢ່າຂາດການຕິດຕໍ່ຈາກໂລກພາຍນອກ: ການຢູ່ກັບທີ່ດົນອາດເຮັດໃຫ້ຫຼາຍຄົນເຜີຄິດວ່າເຮົາໃຊ້ຊີວິດພຽງລໍາພັງຈົນເກີດອາການຫົດຫູ່ ຊຶມເສົ້າ ແລະ ຄິດລົບຂຶ້ນມາໄດ້ ດັ່ງນັ້ນຈຶ່ງຄວນໃຊ້ໂຊຊ່ຽວໃຫ້ເກີດປະໂຫຍດ ທັກທາຍໝູ່ເພື່ອນ, ວີດີໂອຄໍ ຫຼື ອັບເດດສະຖານະການຊຶ່ງກັນ ແລະ ກັນຜ່ານຊ່ອງທາງແຊັດ ກໍຖືເປັນອີກວິທີໜຶ່ງເພື່ອຄາຍຄຽດ
7. ເສບສື່ທີ່ເຮັດໃຫ້ເກີດມີແຮງບັນດານໃຈ: ຕົວຢ່າງ ຟັງ Podcast ອ່ານບົດຄວາມ, ເບິ່ງຊີຣີ, ອ່ານໜັງສືເຫຼັ້ມທີ່ມັກ ກໍຊ່ວຍໃຫ້ມື້ນີ້ຜ່ານໄປຢ່າງມີຄ່າ ພ້ອມທັງເກີດແຮງບັນດານໃຈດີໆ ວາງແຜນໄດ້ວ່າຊີວິດຫຼັງຈາກຜ່ານວິກິດເຫລົ່ານີ້ໄປແລ້ວ ເຮົາຈະລຸກຂຶ້ນມາເຮັດຫຍັງ ເປົ້າໝາຍຂອງເຮົາຄືຫຍັງທີ່ຕ້ອງເອົາຊະນະ


8. ຄົ້ນຫາຄວາມມັກ ແລະ ຄວາມຖະໜັດຂອງຕົນເອງ: ເຊື່ອວ່າທຸກຄົນລ້ວນມີຄວາມມັກເປັນຂອງຕົນເອງ ແຕ່ດ້ວຍພາລະໜ້າທີ່ໃນຊີວິດຫຼາຍຢ່າງ ສົ່ງຜົນໃຫ້ຫຼາຍຄົນບໍ່ມີເວລາ ທີ່ຈະມານັ່ງຄົ້ນຫາຄວາມມັກ, ຄວາມຕ້ອງການ ແລະ ຄວາມຖະໜັດຂອງຕົນເອງແບບຈິງຈັງ ນີ້ຈຶ່ງຖືເປັນໂອກາດທີ່ດີ ທີ່ເຮົາຈະໄດ້ພິຈາລະນາໄຕ່ຕອງຕົນເອງ ເວົ້າກັບຕົນເອງ ແລະ ລົງມືລົງແຮງເຮັດມັນຈົນສຸດຄວາມສາມາດ
9. ໃຊ້ເວລາໃຫ້ເຕັມທີ່ກັບຄອບຄົວ ປັບຄວາມເຂົ້າໃຈ: ຖ້າຫາກໃຜໄດ້ຢູ່ເຮືອນກັບຄອບຄົວ ກໍໃຊ້ເວລານີ້ໃຫ້ເຕັມທີ່ ເພາະເຮົາບໍ່ມີເວລາແບບນີ້ຕະຫຼອດ ເນື່ອງຈາກຕ່າງຄົນກໍມີພາລະໜ້າທີ່ຂອງຕົນເອງ ສະນັ້ນເມື່ອຮູ້ແລ້ວວ່າຊີວິດບໍ່ມີຫຍັງແນ່ນອນ ກໍຈົ່ງຢ່າລືມ ທີ່ຈະໃຫ້ຄວາມສໍາຄັນກັບຄົນທີ່ເຮົາຮັກ ແລະ ຄົນທີ່ຮັກເຮົາໃຫ້ຫຼາຍໆ ເພື່ອທີ່ຈະໄດ້ບໍ່ຮູ້ສຶກເສຍດາຍ ແລະ ເສຍໃຈພາຍຫຼັງຫາກເກີດຫຍັງຂຶ້ນມາ
10. ຄິດບວກ ບໍ່ຕົວະຕົນເອງ ແລະ ຍອມຮັບຄວາມຈິງ: ຈົ່ງຢ່າຄິດວ່າການໃຊ້ຊີວິດມັນຍາກ ແຕ່ຄວນລອງປັບປ່ຽນທັດສະນະຄະຕິຂອງຕົນເອງເບິ່ງໃໝ່ ເພືື່ອໃຫ້ຫົວໃຈຂອງເຮົາມີພູມຄຸ້ມກັນທີ່ແຂງແກ່ນຂຶ້ນ ໂດຍການເບິ່ງໂລກຕາມຄວາມເປັນຈິງບໍ່ປຸງແຕ່ງ ບໍ່ຕົວະຕົນເອງແລ້ວຄ່ອຍໆຫາວິທີແກ້ໄຂ ແລະ ຢູ່ຮ່ວມກັບມັນຢ່າງມີຄວາມສຸກ

ຂໍ້ມູນຈາກ:sanook.com