ການສ້ອມແປງເສັ້ນທາງເຂົ້າຫາ ບ້ານຫາດເພັກ ເມືອງເຊບັ້ງໄຟ ຄືບໜ້າ40%

446

ໃນທ້າຍອາທິດຜ່ານມາ ການນຳແຂວງຄຳມ່ວນ, ການນຳເມືອງເຊບັ້ງໄຟ ໄດ້ລົງຕິດຕາມການສ້ອມແປງເສັ້ນ ທາງເຂົ້າຫາ ບ້ານຫາດເພັກ ນໍາໂດຍ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ, ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ ພ້ອມດ້ວຍຄະນະນຳຂອງເມືອງແລະຂະແໜງການທີ່ກ່ຽວຂ້ອງ.

ເສັ້ນທາງດັ່ງກ່າວແມ່ນເຂົ້າທາງຂ້າງ ຫ້ອງການກະສິກຳ ແລະປ່າໄມ້ເມືອງ ແຄມເສັ້ນທາງເລກທີ 13 ໃຕ້ ເຂົ້າຮອດບ້ານຫາດເພັກ; ການສ້ອມແປງເສັ້ນທາງແມ່ນໄດ້ເລີ່ມ ວັນທີ 5 ພຶດສະພາ 2021 ປັດຈຸບັນສຳເລັດ 40% ເຊິ່ງແມ່ນ ບໍລິສັດເພັດສຳພັນ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າໃນການສ້ອມແປງ 300 ລ້ານກີບ, ເປັນທຶນຂອງລັດ ເຊິ່ງມີຄວາມຍາວ 9.300 ແມັດ, ກວ້າງ 4 ແມັດ.

ການສ້ອມແປງໃນຄັ້ງນີ້ແມ່ນນຳໃຊ້ລົດດ່າມ, ລົດແທັກເຕີ້,ລົດໂລ, ລົດນໍ້າ ແລະ ລົດເກດ ໜ້າວຽກທີ່ເຮັດແມ່ນບຸກເບີກແລວທາງ, ໄຖປັບໜ້າດິນ ແລະ ເກດຄອງລະບາຍນ້ຳແຄມທາງ, ໃຊ້ດິນໝາກຄອມຖົມໜ້າທາງ,ຫົດນ້ຳ ແລະ ໂລໜ້າທາງ ສຳລັບແຜນຕໍ່ໜ້າແມ່ນຈະສືບຕໍ່ບຸກເບີກ ແລະ ສ້າງເສັ້ນທາງໃໝ່ ແຕ່ບ້ານ ຫາດເພັກ ຫາທາງແບ່ງ ບ້ານປາກເຊນ້ອຍ ເມືອງເຊບັ້ງໄຟ ເຊິ່ງມີຄວາມຍາວ 800 ແມັດ.

.


ຂ່າວເມືອງເຊບັ້ງໄຟ