ກ່ອນຈະໄດ້ກາໝາຍສິນຄ້າໂອດັອບຕ້ອງຜ່ານ 5 ເງື່ອນໄຂນີ້

496

ເຮົາໄດ້ຍິນມາເລຶ້ອຍໆຫຼາຍປີແລ້ວກ່ຽວກັບສິນຄ້າໂອດັອບ  ODOP (One District One Product) ຫຼື ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ແລະກໍ່ເຂົ້າໃຈດີວ່າເປັນສິນຄ້າທີ່ມີຄວາມໂດດເດັ່ນ ມີເອກະລັກໄດ້ຄຸນນະພາບແທ້ ແຕ່ອາດມີໜ້ອຍຄົນທີ່ຮູ້ວ່າກ່ອນຈະໄດ້ມາ ເຊິ່ງກາໝາຍສິນຄ້າດັ່ງກ່າວນັ້ນຕ້ອງຜ່ານຂັ້ນຕອນຫຍັງແດ່ ມື້ນີ້ແອັດມິນຈະເອົາຂໍ້ມູນຄ່າວໆມາບອກເພື່ອ ຜູ້ປະກອບການຫຼາຍທ່ານທີ່ກຳລັງຢາກເປັນສະມາຊິກໄດ້ສຶກສາ ໃນນັ້ນປະກອບມີ 5 ເງື່ອນໄຂ ແລະ ຂັ້ນຕອນຕາມມະຕິ 03, ສາມສ້າງຂອງກົມກອງການເມືອງສູນກາງພັກທີ່ວ່າ: “ສ້າງແຂວງເປັນຫົົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ”.

1. ການຍື່ນຄໍາຮ້ອງ: ຜູ້ທີ່ມີຈຸດປະສົງຢາກໃຊ້ກາໝາຍ ODOP ຕ້ອງຍື່ນຄໍາຮ້ອງຂໍອະນຸຍາດນຳໃຊ້ກາໝາຍ ຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ (ອຄ) ສະຖານທີ່ປະກອບການນັ້ນຕັ້ງຢູ່ ເພື່ອສະເໜີຄະນະກຳມະການຄັດເລືອກຂັ້ນເມືອງພິຈາລະນາ. ພາຍຫຼັງຄະນະກໍາມະການດັ່ງກ່າວຮັບຮອງເອົາແລ້ວ, ຫ້ອງການ ອຄ ເມືອງ ສົ່ງບັນຊີຈໍານວນກາໝາຍໂອດອບຂະໜາດຕ່າງໆ ທີ່ຕ້ອງການໄປຍັງພະແນກ ອຄແຂວງ.


2. ຂັ້ນຕອນ ແລະ ກໍານົດເວລາໃນການພິຈາລະນາອະນຸຍາດໃຫ້ນໍາໃຊ້ກາໝາຍ: ພະແນກ ອຄ ແຂວງ ເປັນຜູ້ສັງລວມບັນຊີທີ່ເມືອງຕ່າງໆ ໄດ້ສະເໜີມາແລ້ວຈັດກອງປະຊຸມ ຄະນະກຳມະການຄັດເລືອກຂັ້ນແຂວງ ຫຼື ນະຄອນຫຼວງ ເພື່ອພິຈາລະນາ ແລະ ຮັບຮອງ, ພະແນກ ອຄ ແຂວງ ນໍາສະເໜີບັນຊີ ແລະ ຈໍານວນກາໝາຍຂະໜາດຕ່າງໆ ຕໍ່ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງ ອຄ ເພື່ອກະກຽມໃຫ້ໃນແຕ່ລະໄລຍະທີ່ຕ້ອງການ.


3. ບົດແນະນໍາກ່ຽວກັບການສົ່ງເສີມການຜະລິດສິນຄ້າ ODOP ແຫ່ງຊາດ: ກົມສົ່ງເສີມການຄ້າຈະເປັນຈຸດປະສານງານ ກ່ຽວກັບການສົ່ງເສີມຂະບວນການຜະລິດສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ໃນທົ່ວປະເທດ ແລະ ເປັນບ່ອນຈັດພິມຈໍາໜ່າຍເຄື່ອງໝາຍ ODOP ຕາມຈຳນວນທີ່ບັນດາແຂວງຕ່າງໆສະເໜີ, ນອກຈາກນີ້ກໍ່ຈະຊ່ວຍປັບປຸງນະໂຍບາຍສິນຄ້າ ODOP ທີ່ແຂວງ ແລະ ເມືອງ ສະເໜີເຖິງ ກະຊວງ ອຄ ພ້ອມທັງປະຕິບັດພັນທະດັ່ງທີ່ໄດ້ລະບຸໄວ້ ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ ມາດຕາ 58 ຄື: 1. ເປັນເຈົ້າການໃນການປົກປ້ອງຄຸ້ມຄອງ ແລະ ກວດກາ ການນໍາໃຊ້ກາໝາຍໂອດອບ; 2. ຊຸກຍູ້ ແລະ ສົ່ງເສີມຄະນະກໍາມະການຂັ້ນແຂວງ, ເມືອງບັນດາເປົ້າໝາຍ ແລະ ໃຫ້ໄດ້ນໍາໃຊ້ກາໝາຍ ODOP ຢ່າງກວ້າງຂວາງ; 3. ໃນກໍລະນີມີການລະເມີດສິດຕ້ອງແຈ້ງຂໍ້ມູນ; 4. ເປັນເຈົ້າການປະສານງານຖ້າຫາກເກີດກໍລະນີລະເມີດ ລະບຽບການນໍາໃຊ້ເຄື່ອງໝາຍ ODOP.


4. ຫຼັກການໃນການຄັດເລືອກຜະລິດຕະພັນສິນຄ້າ ODOP: ການຄັດເລືອກຜະລິດຕະພັນໃດໜຶ່ງເປັນຜະລິດຕະພັນສິນຄ້າ ODOP ນັ້ນ ຈະຕ້ອງປະຕິບັດຕາມຫຼັກການດັ່ງລຸ່ມນີ້: 1) ຜະລິດຕະພັນນັ້ນຕ້ອງເປັນສິນຄ້າ ຫຼື ຜະລິດຕະພັັນທີ່ຜະລິດທີ່ຜະລິດໂດຍຊຸມຊົນ, ຫຼາຍຄອບຄົວ, ກຸ່ມຜະລິດ, ສະຫະກອນ ຫຼື ວິສາຫະກິດຂອງຊຸມຊົນ; 2) ສິນຄ້າ ຫຼື ຜະລິດຕະພັນນັ້ນ ຈະຕ້ອງບໍ່ນອນໃນໜຶ່ງໃນເງື່ອນໄຂນີ້: ວັດຖຸດິບນໍາເຂົ້າຈາກຕ່າງປະເທດ 100%; ວັດຖຸດິບທີ່ນໍາມາຜະລິດນັ້ນເປັນຂອງຜິດກົດໝາຍ ຫຼື ລົບຫຼີກການເສຍພາສີ; ເປັນສິນຄ້າປອມແປງ, ລອກຮຽນແບບ ຫຼື ລະເມີດຊັບສິນທາງປັນຍາ; ເປັນສິນຄ້າ ຫຼື ຜະລິດຕະພັນທີ່ເປັນອັນຕະລາຍຕໍ່ສຸຂະພາບ/ທໍາລາຍສະພາບແວດລ້ອມ; ເປັນສິນຄ້າທີ່ບໍ່ມີຄວາມຍືນຍົງ ພຽງແຕ່ຜະລິດ ເພື່ອຂາຍໃນງານເທດສະການໃດໜຶ່ງໃນໄລຍະສັ້ນໆ; ເປັນສິນຄ້າທີ່ຜະລິດຮ່ວມກັບຄົນຕ່າງປະເທດ; ວັດຖຸດິບທີ່ນໍາມາໃຊ້ສາມາດໝູນວຽນ, ທົດແທນຄືນແບບບໍ່ບົກແຫ້ງ (ປູກລ້ຽງໄດ້, ເຕີບໂຕໄດ້ໂດຍທໍາມະຊາດໃນປ່າໄມ້, ສວນລວມທີ່ຊຸມຊົນທ້ອງຖິ່ນປົກປັກຮັກສາ ແລະ ຄຸ້ມຄອງ.


5. ຂັ້ນຕອນການຄັດເລືອກຜະລິດຕະພັນສິນຄ້າ: ນັ້ນໃຫ້ປະຕິບັດດັ່ງນີ້ 1) ຜູ້ຜະລິດຕ້ອງຂຶ້ນບັນຊີ ລາຍການຜະລິດຕະພັນສິນຄ້າ ທີ່ຕົນຜະລິດໄດ້, ແລ້ວສະເໜີຕໍ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງບ່ອນທີ່ຕົນຢູ່. 2) ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເຊື້ອເຊີນຄະນະກຳມະການປະເມີນຜົນຂັ້ນເມືອງ ມາຈັດລຽງບຸລິມະສິດ ແລະ ຄັດເລືອກ. 3) ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສົ່ງເອກະສານບົດປະເມີນຜົນຂອງຄະນະກຳມະການຂັ້ນເມືອງສົ່ງໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ. 4) ຄະນະກໍາມະການຂັດເລືອກຂັ້ນແຂວງເປັນຜູ້ໄຈ້ແຍກຄວາມເປັນເອກະລັກ, ຄວາມໂດດເດັ່ນຂອງສິນຄ້າ, ຮູບແບບບໍລິການ ຢ່າງລະອຽດຂອງແຕ່ລະເມືອງ ແລ້ວມອບໃຫ້ບັນຊີໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອຂໍສະເໜີຂໍກາໝາຍຈາກໜ່ວຍງານຄຸ້ມຄອງ (ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ) ຕາມຈໍານວນທີ່ຕ້ອງການໃນແຕ່ລະໄລຍະ.
ຂ່າວ: ສັນຕິ