ທະນາຄານຮ່ວມພັດທະນາ ມອບເງິນ30ລ້ານກີບໃຫ້ແຂວງຊຽງຂວາງ

468

ວັນທີ14ພຶດສະພາ2021 ທີ່ຫ້ອງວ່າການແຂວງຊຽງຂວາງ, ທະນາຄານຮ່ວມພັດທະນາ(JDB) ມອບເງິນຈຳນວນ30.000.000ກີບ ເພື່ອຊຸກຍູ້ວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.

ກ່າວມອບໂດຍທ່ານ ຊາຍ ແກ້ວປະເສີດ ຫົວໜ້າໜ່ວຍບໍລິການແຂວງຊຽງຂວາງ ພ້ອມດ້ວຍຄະນະ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານຮອງເຈົ້າແຂວງໄດ້ກ່າວສະແດງຄວາມຂອບໃຈ ທີ່ມີນໍ້າໃຈຊ່ວຍເຫຼືອ ແຂວງຊຽງຂວາງ ຕະຫຼອດມາ ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະພະຍາດໂຄວິດກຳລັງລະບາດໃນປັດຈຸບັນນີ້ ກໍໄດ້ປະກອບສ່ວນ.

ເງິນຈຳນວນດັ່ງກ່າວ ແມ່ນຈະນຳໄປໜູນໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດຢູ່ແຂວງຊຽງຂວາງ ທຸກຄົນຈົ່ງເປັນຫູ ເປັນຕາຊ່ວຍກັນ ເພື່ອບໍ່ໃຫ້ເດີນທາງໄປມາຕາມລຳພັງໃຈລະຫວ່າງແຂວງຕໍ່ແຂວງ ຫຼື ປະເທດຕໍ່ປະເທດ ໃຫ້ຮັກສາຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫວັງວ່າທຸກຄົນຈະຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ

ຂ່າວ: ບຸນມີ ແສງທຸມມີ