ຈັບໄດ້ແລ້ວ ຄົນຮ້າຍທີ່ຈູດປ້ອມຈະລາຈອນ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ

832

ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2021 ນີ້ ທາງໜ່ວຍງານ ຄະດີອາຍາ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງ ອຸທຸມພອນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳເອົາຕົວຜູ້ຖືກຫາ ຈຳນວນ 2 ຄົນ ລົງໄປເຮັດແຜນປະກອບຄະດີ ທີ່ມີຄົນຮ້າຍໄດ້ຈູດປ້ອມຍາມ ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ຕັ້ງຢູ່ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ.


ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ແຂວງ ສະຫວັນນະເຂດ ໜ່ວຍງານຄະດີອາຍາ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງອຸທຸມພອນ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 21 ໂມງ 30 ນາທີ ຂອງວັນທີ 28 ກຸມພາ 2021 ໄດ້ຮັບແຈ້ງວ່າ ປ້ອມຍາມຈະລາຈອນ ທີ່ຕັ້ງຢູ່ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ຖືກໄຟໄໝ້. ຈາກນັ້ນ ທາງວິຊາສະເພາະຄະດີອາຍາ ກໍໄດ້ລົງກວດກາສະຖານທີ່ເກີດເຫດ ຈຶ່ງສາມາດສະຫຼຸບເບື້ອງຕົ້ນໄດ້ວ່າ ອາດຈະເກີດຈາກການຈູດຂອງຄົນຮ້າຍ ແລະ ກໍໄດ້ມີການຂຶ້ນບັນຊີຕິດຕາມເປົ້າໝາຍທີ່ກໍເຫດ.

ມາຮອດວັນທີ 29 ມີນາ 2021 ເວລາປະມານ 20 ໂມງ ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ຖືກຫາໄດ້ 2 ຄົນຄື: ທ້າວ ລາຊັນ ຫຼື ໃໝ່ ອາຍຸ 17 ປີ ອາຊີບ ກຳມະກອນ ຢູ່ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ແລະ ທ້າວ ດາວພະສຸກ ຫຼື ກະຢ່ອງ ອາຍຸ 20 ປີ ອາຊີບ ກໍາມະກອນ ຢູ່ ບ້ານໄຊອຸດົມ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ. ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງໄດ້ໃຫ້ການວ່າ: ໃນວັນທີ 28 ກຸມພາ 2021 ພວກກ່ຽວໄດ້ພາກັນໄປນັ່ງດື່ມເບຍ ຢູ່ຮ້ານແຫ່ງໜຶ່ງເຂດ ບ້ານ ໄຊອຸດົມ ຍ້ອນມີແນວຄິດຄຽດແຄ້ນໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພາະເຄີຍໄດ້ກັກລົດ ແລະ ປັບໃໝພວກກ່ຽວ ຕໍ່ມາ ພວກກ່ຽວກໍໄດ້ຊວນກັນຍ່າງໄປເອົານ້ຳມັນເເອັດຊັງ ປະມານ 1 ລິດ ທີ່ ທ້າວ ລາຊັນ ຫຼື ໃໝ່ ເປັນຜູ້ຊື້ມາປະໄວ້ຢູ່ເຮືອນຂອງ ທ້າວ ສວຍ ໝູ່ຂອງພວກກ່ຽວ.

ຈາກນັ້ນ ທ້າວ ລາຊັນ ຫຼື ໃໝ່ ແລະ ທ້າວ ດາວພະສຸກ ຫຼື ກະຢ່ອງ ກໍໄດ້ນຳເອົານ້ຳມັນດັ່ງກ່າວ ຍ່າງລັດປ່າເພື່ອໄປຈູດປ້ອມດັ່ງກ່າວ ເມື່ອເຫັນວ່າໄຟລຸກໄໝ້ ພວກກ່ຽວກໍຟ້າວແລ່ນເມືອເຮືອນຂອງ ທ້າວ ດາວພະສຸກ ຕໍ່ກັບເຫດການດັ່ງກ່າວ ເຫັນວ່າ ທ້າວ ລາຊັນ ແລະ ທ້າວ ດາວພະສຸກ ແມ່ນຜິດໃນສະຖານ ການທຳລາຍ ແລະ ການເຮັດໃຫ້ຊັບເປ້ເພໂດຍເຈດຕະນາ ອີງຕາມກົດໝາຍອາຍາສະບັບປັບປຸງ ປີ 2017 ມາດຕາ 236 ໄດ້ລະບຸໄວ້ວ່າ ບຸກຄົນໃດ ຫາກໄດ້ທຳລາຍ ຫຼື ເຮັດໃຫ້ຊັບ ຂອງຜູ້ອື່ນເປ້ເພ ໂດຍເຈດຕະນາ ດ້ວຍວິທີ ຫຼື ຮູບການໃດກໍ່ຕາມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ.

ນັກຂ່າວເມືອງອຸທຸມພອນ ພອນປະເສີດ ແຜນພັກດີ