ທ່ອງໄວ້ໃຫ້ຂຶ້ນໃຈ! ວິທີຄິດຂອງຄົນທີ່ປະສົບຄວາມສໍາເລັດ

1162

ການທີ່ໃຜຜູ້ໜຶ່ງຈະປະສົບຄວາມສໍາເລັດໄດ້ມັນບໍ່ແມ່ນເລື່ອງງ່າຍແຕ່ກໍບໍ່ແມ່ນເລື່ອງຍາກ ຫາກເຮົາພະຍາຍາມຫຼາຍພໍ ແລະ ເມື່ອໄປຮອດຈຸດນັ້ນ ທ່ານກໍຈະສໍາຜັດໄດ້ເຖິງລົດຊາດອັນຫອມຫວານຂອງຄວາມສໍາເລັດທີ່ໄດ້ມາ ແຕ່ມັນບໍ່ແມ່ນທຸກຄົນທີ່ເຮັດໄດ້. ແນວໃດກໍຕາມ ມື້ນີ້ຜູ້ຂຽນໄດ້ສັນຫາບັນດາແນວຄິດຂອງຜູ້ປະສົບຄວາມສໍາເລັດມາແບ່ງປັນສ້າງແຮງບັນດານໃຈ ພ້ອມທັງເປັນຂໍ້ຄິດຄະຕິເຕືອນໃຈໃຫ້ກັບທຸກທ່ານ ດ້ວຍ 20 ແນວຄິດນໍາກັນ.

1 ຄວາມຄິດ ເປັນຕົວກໍານົດຊະຕາຊີວິດ ຄິດຜິດພຽງວິນາທີດຽວ ກໍສົ່ງຜົນເຖິງຊະຕາຊີວິດຂອງທ່ານໄດ້.

2 ຕັ້ງເປົ້າໝາຍໃຫ້ຊັດເຈນວ່າຢາກເຮັດຫຍັງໃນຊີວິດ ກໍານົດໄລຍະເວລາແລ້ວລົງມືເຮັດ

3 ເວລາເລືອກວຽກ ຢ່າເບິ່ງທີ່ຄວາມງ່າຍ ຫຼື ຍາກຂອງວຽກ ໃຫ້ເບິ່ງວ່າມັນກຸ້ມ ຫຼື ບໍ່ກຸ້ມ ມັນຈະສ້າງຊີວິດ ສ້າງອະນາຄົດໄດ້ ຫຼື ບໍ່?

4 ຕັ້ງໃຈສຸມໃສ່ໄປເທື່ອລະຢ່າງ ທຸ່ມເທຄວາມພະຍາຍາມ ແລະ ຄວາມສາມາດທັງໝົດທີ່ມີໃນສິ່ງດຽວ ແຕກຕ່າງຈາກຄົນທົ່ວໄປທີ່ບໍ່ມີເປົ້າໝາຍ ຫຼື ສິ່ງທີ່ຕົນຕັ້ງໃຈຢາກເຮັດເລີຍ ນອກຈາກນີ້ ຄົນທີ່ເຮັດທຸກໂອກາດທີ່ຜ່ານເຂົ້າມາໃນຊີວິດມັກຈະບໍ່ປະສົບຜົນສໍາເລັດ.

5 ຄົນທີ່ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ໄດ້ ຕ້ອງມີແຮງຈູງໃຈຢ່າງແຮງກ້າ ຄືຄວາມຕ້ອງການຢາກຈະໄດ້ສິ່ງທີ່ປາຖະໜາ ເຮັດໃຫ້ເກີດຄວາມມຸ່ງໝັ້ນ ທີ່ຈະປະສົບຄວາມສໍາເລັດຕາມເປົ້າໝາຍ

6 ມີວິທີທີ່ຈະປະສົບຄວາມສໍາເລັດຫຼາຍວິທີ ແຕ່ຈົ່ງເລືອກເອົາວິທີທີ່ງ່າຍທີ່ສຸດ ແລະ ເໝາະສົມກັບຄວາມສາມາດຂອງເຮົາທີ່ສຸດພຽງວິທີດຽວມາເປັນຕົ້ນແບບ ແລ້ວລົງມືເຮັດ

7 ຢ່າເກັ່ງແຕ່ເວົ້າ ໃຫ້ເວົ້າແທ້ທໍາຈິງ

8 ໃຊ້ສະຕິປັນຍາໃນການດໍາເນີນຊີວິດ…ຢ່າໃຊ້ອາລົມເດັດຂາດ

9 ຢ່າຖ້າຄວາມສົມບູນແບບ ເພາະທ່ານອາດເສຍໂອກາດໃຫ້ກັບຜູ້ທີ່ເບິ່ງເຫັນຊ່ອງວ່າງ ແລະໄວກວ່າທ່ານໄດ້ທຸກເມື່ອ ໃນການເຮັດທຸລະກິດໃຫ້ຍຶດຄວາມສາມາດ ຫຼື ຄວາມຖະໜັດຂອງຕົນເອງເປັນຫຼັກ.

10 ຕັ້ງເປົ້າໝາຍໃນທຸກມື້ ແລະ ເຮັດໃຫ້ສໍາເລັດ ແລ້ວເຮັດຕໍ່ໄປຈົນເປັນນິໄສ

11 ໃຊ້ເວລາໃຫ້ເປັນປະໂຫຍດ ທຸກຄົນມີ 24ຊົ່ວໂມງຕໍ່ມື້ເທົ່າກັນ ໃຜບໍລິຫານເວລາໄດ້ດີ ກໍຈະກ້າວໄປທາງໜ້າໄວກວ່າຄົນອື່ນ ຄົນທີ່ປະສົບຄວາມສໍາເລັດບໍ່ໄດ້ໃຊ້ເວລາຫຼາຍໄປກັບ Social media, ເບິ່ງໂທລະທັດ ຫຼື ຫຼິ້ນເກມ ເພາະເຂົາຕ້ອງການໃຊ້ເວລາໃຫ້ກຸ້ມຄ່າທີ່ສຸດໃນການເຮັດສິ່ງທີ່ມີປະໂຫຍດຕໍ່ເປົ້າໝາຍໃນຊີວິດ

12 ເຊື່ອໝັ້ນວ່າຕົນເອງເຮັດໄດ້, ຄິດເປັນ, ກ້າຕັດສິນໃຈ ແລະ ລົງມືເຮັດທັນທີ ບໍ່ທໍ້ກ່ອນຮອດຄວາມສໍາເລັດ ຕາບໃດທີ່ຍັງບໍ່ໄດ້ລົງມືເຮັດ ຢ່າເຊື່ອວ່າຕົນເອງເຮັດບໍ່ໄດ້.

13 ພ້ອມທຸ່ມເທທຸກຢ່າງເພື່ອຄວາມສໍາເລັດ ໜັກເອົາ ເບົາສູ້

14 ຍອມປ່ຽນແປງຕົນເອງເພື່ອຄວາມສໍາເລັດ

15 ຢ່າເວົ້າວ່າ “ ບຶດໜຶ່ງຈັ່ງເຮັດ “ ໃຫ້ປ່ຽນເປັນ “ ເຮັດຕອນນີ້ “ ຕ້ອງລົງມືເຮັດທັນທີ ຢ່າເອົາແຕ່ສົນໃຈຫາຂໍ້ມູນ ສຶກສາວິເຄາະຢ່າງດຽວ ຈົນບໍ່ກ້າລົງມືເຮັດ

16 ບໍ່ວຸ້ນງາຍກັບຄົນທີ່ເບິ່ງໂລກໃນແງ່ລົບ ບໍ່ກະຕືລືລົ້ນ ມັກຈົ່ມ, ໃຈໂມໂຫ, ໂທດພຸ້ນໂທດພີ້, ມັກແກ້ຕົວ ເພາະມັນຈະເຮັດໃຫ້ເຮົາຄິດລົບໄປນໍາ ໃຫ້ຢູ່ໃກ້ກັບຄົນຄິດບວກເຂົ້າໄວ້

17 ຄິດບວກສະເໝີ ບໍ່ຈົມຢູ່ກັບບັນຫາ ຫຼື ອະດີດ ເພາະມັນຈະເຮັດໃຫ້ຍິ່ງຄິດຫຼາຍ ໃຫ້ປ່ຽນເປັນຄິດຫາວິທີຈະແກ້ບັນຫາວ່າເຮັດແນວໃດໃຫ້ຊະນະບັນຫານັ້ນໃຫ້ໄດ້

18 ຄົນສະຫຼາດ ຍ່ອມຮູ້ວິທີເສີມກໍາລັງໃຫ້ກັບຈິດໃຈ ຄົນໂງ່ເທົ່ານັ້ນທີ່ນອນເສຍກໍາລັງໃຈ ບໍ່ຮູ້ຈະແກ້ໄຂໃຈຕົນເອງແນວໃດ ສະນັ້ນຊອກຫາວິທີນັ້ນໃຫ້ພົບ

19 ຍິ່ງມີບັນຫາ ຫຼື ອຸປະສັກໃນການເຮັດວຽກຫຼາຍເທົ່າໃດ ຍິ່ງເຮົາແກ້ບັນຫາໄດ້ ຈະຍິ່ງໃກ້ຄວາມສໍາເລັດ

20 ບໍ່ສົນໃຈຄໍານິນທາຂອງຄົນອື່ນ ເພາະມັນຮົກສະໝອງ ແລະ ຫົດຫູ່ ຄົນອື່ນບໍ່ສາມາດວັດຄ່າ ຫຼື ຕັດສິນຕົວທ່ານໄດ້ ເພາະທ່ານຮູ້ຄຸນຄ່າຂອງຕົນເອງດີທີ່ສຸດຢູ່ແລ້ວ.

ໂດຍ: ເອຢິບ
ທີ່ມາ: https://www.tnmbs.com/en/blog-post/67/