ກົດໝາຍກິລາ-ກາຍຍະກໍາ ສະບັບປັບປຸງ ກ່ຽວກັບ ກໍາລັງປະກອບອາວຸດ

1345

ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ນໍາກັນຕໍ່  ມາດຕາ 26-28 ມີດັ່ງນີ້:
ມາດຕາ 26 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງກໍາລັງປະກອບອາວຸດ
ກໍາລັງປະກອບອາວຸດ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:

1. ສ້າງ ແລະ ຈັດຕັ້ງປະຕິບັດແຜນການຝຶກແອບກິລາ-ກາຍຍະກໍາ ໃຫ້ແກ່ພະນັກງານ, ນັກຮົບ ຂອງຕົນຢ່າງຄົບຖ້ວນ, ເປັນປົກກະຕິ ແລະ ທົ່ວເຖິງ;
2. ສ້າງທຸກເງື່ອນໄຂໃຫ້ແກ່ພະນັກງານ, ນັກຮົບ ໄດ້ມີໂອກາດເຂົ້າຮ່ວມຂະບວນການກິລາ-ກາຍຍະກໍາ ໃນກົມກອງຂອງຕົນ ແລະ ໃນສັງຄົມ;
3. ນໍາໃຊ້, ປົກປັກຮັກສາ ໂຄງລ່າງພື້ນຖານ, ວັດຖຸອຸປະກອນກິລາ ໃຫ້ມີປະສິດທິຜົນ; 4. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.

ມາດຕາ 27 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງພະນັກງານ, ນັກຮົບ
ພະນັກງານ, ນັກຮົບ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ເອົາໃຈໃສ່ຝຶກແອບ, ຝຶກຊ້ອມກິລາ-ກາຍຍະກໍາ ຕາມແຜນການຂອງກົມກອງຕົນ ຢ່າງ ເປັນປົກກະຕິ;
2. ເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກໍາ ໃນກົມກອງຂອງຕົນ ແລະ ສັງຄົມ;
3. ໄດ້ຮັບການຄັດເລືອກເຂົ້າເປັນນັກກິລາລະດັບສູງ ຫຼື ທີມຊາດ ຢູ່ໃນສະຫະພັນກິລາປະເພດຕ່າງໆ;

4. ໄດ້ຮັບນະໂຍບາຍ ຕາມກົດຫມາຍ ແລະ ລະບຽບການ; 5. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ມາດຕາ 28 (ປັບປຸງ) ຄວາມຮັບຜິດຊອບຂອງລັດ ຕໍ່ກິລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດ
ລັດ ມີຄວາມຮັບຜິດຊອບ ຕໍ່ວຽກງານກິລາ-ກາຍຍະກໍາ ໃນກໍາລັງປະກອບອາວຸດດັ່ງນີ້:
1. ຈັດສັນທີ່ດິນ, ສ້າງໂຄງລ່າງພື້ນຖານ, ສະຫນອງວັດຖຸປະກອນ, ພາຫະນະ, ງົບປະມານ, ສ້າງ, ຝຶກອົບຮົມ ແລະ ຍົກລະດັບ ນັກກິລາ ແລະ ບຸກຄະລາກອນກິລາ ທັງພາຍໃນ ແລະ ຕ່າງປະເທດ;
2. ກໍານົດມາດຕະຖານກ່ຽວກັບການຝຶກແອບ, ການຝຶກຊ້ອມ, ການສ້າງ, ການຝຶກອົບຮົມ ແລະ ການຍົກລະດັບ ນັກກິລາ ແລະ ບຸກຄະລາກອນກິລາ ພ້ອມທັງກໍານົດນະໂຍບາຍ ແລະ ລາງວັນ ສໍາລັບກິລາ-ກາຍຍະກໍາ.