ເອເອັຟຊີ ຈັດໂຖກຽມຈັດການແບ່ງສາຍ ເອເອັຟຊີ ຢູ 23 ຮອບຄັດເລືອກ ( ຢູ 23 ລາວຢູ່ໂຖ 3 )

872

ສະຫະພັນບານເຕະອາຊີ ( ເອເອັຟຊີ ) ປະກາດການຈັດໂຖ ສໍາລັບການແຂ່ງຂັນບານເຕະລາຍການ ເອເອັຟຊີ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 (AFC U-23 Asian Cup 2022) ຮອບຄັດເລືອກ ເຊິ່ງຮອບແບ່ງກຸ່ມຈະແຂ່ງຂັນລະຫວ່າງວັນທີ 23-31 ຕຸລາ 2021.

ຜົນການຈັດໂຖມີດັ່ງນີ້:
ໂຖ 1 ອົສຕຣາລີ, ສປປ ເກົາຫຼີ, ສ ເກົາຫຼີ ( ແຊັມເກົ່າ ) ແລະ ຫວຽດນາມ
ໂຖ 2 ຍີ່ປຸ່ນ, ສປ ຈີນ, ມາເລເຊຍ, ສິງກະໂປ ແລະ ມຽນມາ
ໂຖ 3 ອິນໂດເນເຊຍ, ຮົງກົງ, ຕີມໍເລສເຕ, ກໍາປູເຈຍ ແລະ ສປປ ລາວ
ໂຖ 4ໄຕຫວັນ, ຟິລິບປິນ, ນອດ ມາຣີນາ, ກວມ, ມາເກົາ, ມົງໂກລີ ແລະ ບຣູໄນ

ການຈັບສະຫຼາກແບ່ງສາຍ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ຈະຈັດຂຶ້ນໃນນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເຊິ່ງຈະມີການຢືນຢັນວັນ ແລະ ເວລາການຈັບສະຫຼາກອີກຄັ້ງໜຶ່ງ.