ວັນນີ້ຕິດເຊື້ອໃໝ່ 21 ຄົນ(ນຳເຂົ້າ10ຄົນ) ປິ່ນປົວດີ19 ຄົນ ບໍ່ມີກໍລະນີເສຍຊີວິດເພີ່ມ

467

ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນທີ16ພຶດສະພາ 2021.

ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ໃນວັນທີ 15 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.427 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 941 ຕົວຢ່າງ ແລະ ຕ່າງແຂວງ 486 ຕົວຢາງ, ພົບຜູ້ຕິດເຊື້ອໃໝ່ 21 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.591 ຄົນ. ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.015 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 574 ຄົນ (ໃໝ່ 19 ຄົນ).

ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 11 ຄົນນັ້ນ ແມ່ນການຕິດເຊື້ອໃນຊຸມຊົນ, ສໍາລັບຈໍາປາສັກ 7 ຄົນ ແລະ ສະຫວັນນະເຂດ 3 ຄົນ  ແມ່ນກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ(ນຳເຂົ້າ).

ສໍາລັບນະຄອນຫຼວງວຽງຈັນທີ່ກໍລະນີຕິດເຊື້ອໃໝ່ 11 ຄົນ ແມ່ນ ຕິດມາຈາກກຸ່ມ ຄົນເຈັບທີ່ເສຍຊິວິດ ຜູ້ທີ 2, ກຸ່ມບໍລິສັດສັນຕິພາບ ສັງກະສີລາວ, ກຸ່ມພະນັກງານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ກຸ່ມໃກ້ຊິດກັບພະນັກງານ T-Plus (Lao telecom company) ທີ່ອາໄສຢູ່ຫ້ອງແຖວ ບ້ານຫ້ວຍຫົງ, ກຸ່ມພະນັກງານອາສາສະໝັກ UNDP ແລະ ກຸ່ມພະນັກງານບຳນານກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ.

ຢູ່ ສປປ ລາວ ເຖິງວ່າ ຫຼາຍແຂວງແມ່ນບໍ່ມີການພົບເຊື້ອໃໝ່ ໃນຊຸມຊົນເປັນເວລາ ຫຼາຍ 10 ວັນແລ້ວກໍ່ຕາມ ແຕ່ສະຖານະການ ການລະບາດໃນບາງແຂວງກໍ່ຍັງບໍ່ມີທ່າອ່ຽງທີ່ຈະຢຸດຕິລົງໂດຍໄວ ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ ແລະ ບໍ່ແກ້ວ. ດັ່ງນັ້ນ, ປະເທດພວກເຮົາ ຈຶ່ງຍັງມີຄວາມສ່ຽງສູງ ຖ້າຫາກພວກເຮົາຍັງບໍ່ ປະຕິບັດ ແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ ຄືບໍ່ໃຫ້ອອກຈາກບ້ານຖ້າບໍ່ມີຄວາມຈໍາເປັນ, ຫ້າມເດີນທາງໄປແຂວງອື່ນ ໃນໄລຍະນີ້.

ເພື່ອເລັ່ງລັດ ໃນການຄວບຄຸມການລະບາດຄັ້ງນີ້ ໃຫ້ຢຸດຕິລົງໂດຍໄວ ພັກກໍຄືລັດຖະບານ ແລະ ຄະນະສະເພາະກິດ ໄດ້ເຫັນຄວາມສໍາຄັນຂອງການສັກຢາປ້ອງກັນດ້ວຍວັກຊີນເຊິງເປັນວິທີດຽວທີ່ປະເທດຂອງພວກເຮົາສາມາດ ລອດພົ້ນຈາກການລະບາດ ຖ້າພວກເຮົາທັງໝົດ ຕັດສິນໃຈ ໄປສັກວັກຊິນຕາມສະຖານທີ່ຕ່າງໆ ທີ່ທາງກະຊວງສາທາລະນະສຸກ ໄດ້ກໍານົດໄວ້ ແລະ ເປົ້າໝາຍທີ່ພວກເຮົາຈະຕ້ອງສູ້ຊົນຄື ສັກໃຫ້ໄດ້ 50 ເປີເຊັນຂອງປະຊາກອນທົ່ວປະເທດ

ສະໜັບສະໜູນໂດຍ: