ພະຍາກອນອາກາດ ປະຈຳວັນທີ 16 ພຶດສະພາ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ພ້ອມທັງຈະມີຝົນຕົກ

862

ພະຍາກອນອາກາດ ເວລາ 7:00 ໂມງ ປະຈຳວັນທີ 16 ພຶດສະພາ 2021 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ ລົມຕາເວັນອອກສຽງໃຕ້ພັດປົກຄຸມພາກໃຕ້.

ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສະເພາະນະຄອນຫຼວງວຽງຈັນ ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມິລົມພັດແຮງເປັນບາງໂອກາດ;ອຸ່ນຫະພູມ28-38ອົງສາ.