ການ​ປະ​ທະ​ກັນ​ລະ​ຫວ່າງ ອິ​ດ​ສະ​ລາ​ແອນ ກັບປາ​ແລັດ​ສະ​ຕິນ ຢູ່​ເຂດ ກາຊາ ຍັງ​ດຳ​ເນີນ​ຢ່າງ​ເຄັ່ງ​ຕຶງ

1176

(VOVWORLD), ການປະທະກັນລະຫວ່າງ ອິດສະລາແອນ ກັບ ປາແລັດສະຕິນຢູ່ເຂດກາຊາ ຍັງດຳເນີນຢ່າງຮ້າຍແຮງ ແລະ ອາດຈະແກ່ຍາວ. ໂດຍວັນທີ 14 ພຶດສະພາ, ມີຊາວປາແລັດສະຕິນ 26 ຄົນເສຍຊີວິດ ຍ້ອນບັນດາເຫດບຸກໂຈມຕີຂອງກອງທັບ ອິດສະລາແອນ ໃສ່ບັນດາບໍລິເວນເຂດກາຊາ.

ອົງການສາທາລະນະສຸກ ປາແລັດສະຕິນລາຍງານວ່າ:  ນັບແຕ່ເວລາເກີດການປະທະກັນມາຮອດປັດຈຸບັນ ຈຳນວນຊາວປະແລັດຕິນເສຍຊີວິດແມ່ນເພີ່ມຂຶ້ນເຖິງ 127 ຄົນ ໃນນັ້ນມີເດັກນ້ອຍ 31 ຄົນ. ຝ່າຍ ອິດສະລາແອັນ ກໍປະກາດວ່າ ມີຜູ້ເສຍຊີວິດ 7 ຄົນໃນບັນດາບັ້ນບຸກໂຈມຕີໂຕ້ຕອບ.

ທ່ານປະທານາທິບໍດີ ປາແລັດສະຕິນ Mohmoud Abbas ໄດ້ກ່າວປະນາມບັນດາເຫດບຸກໂຈມຕີ ຂອງ ອິດສະລາແອນ ຢູ່ ເຂດ ກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຢຣູຊາແລັມ, ທ່ານກໍຮຽກຮ້ອງໃຫ້ ອຳນາດການປົກຄອງ ອາເມລິກາ ແຊກແຊງຢ່າງທັນການ ເພື່ອສະກັດກັ້ນການກະທຳທີ່ເກາະຜິດນີ້ຂອງ ອິດສະລາແອນ.

ທ່ານ Abbas ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ, ກຸ່ມ 4 ປະເທດ, ບັນດາອົງການໃນພາກພື້ນ ແລະ ສາກົນ ແຊກແຊງເພື່ອສະກັດກັ້ນບັນດາບັ້ນບຸກໂຈມຕີນີ້ ເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສອດຄ່ອງກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ.


ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ອິດສະລາແອນ ເບັນຈາມິນ ເນທັນຢາຮູ(Bejamin Nentanyahu) ປະກາດວ່າຈະປະຕິບັດທຸກສິ່ງທຸກຢ່າງທີ່ຈຳເປັນເພື່ອຟື້ນຟູຄວາມໝັ້ນຄົງ ແລະ ໃຫ້ຮູ້ວ່າ ຍຸດທະສາດການທະຫານຍັງຈະແກ່ຍາວ.

.

.