ສັກວັກຊີນເຂັມທີ1 ແລ້ວ 493.481ຄົນ ຄາດໝາຍໝົດປີ ຈະສັກໃຫ້ໄດ້ 50% ຫຼື ກວມເອົາປະຊາກອນ 3,7ລ້ານຄົນ

640

ທົ່ວທຸກແຂວງໄດ້ໃຫ້ບໍລິການວັກຊີນ(ວັກແຊັງ)ປ້ອງກັນພະຍາດໂຄວິດ-19 ໂດສທີ 1 ໃກ້ຈະສໍາເລັດແລ້ວຕາມວັກຊີນທີ່ມີ ແລະ ຄາດວ່າອາທິດໜ້າ ຈະໄດ້ເລີ່ມໃຫ້ບໍລິການໂດສທີ 2. ພ້ອມຄາດວ່າໝົດປີຈະໃຫ້ບໍລິການວັກຊີນແກ່ປະຊາຊົນໃຫ້ໄດ້ 50% ຫຼື ກວມເອົາ 3.700.000 ຄົນ ຂອງປະຊາກອນທັງໝົດ.


ທ່ານ ດຣ ນາງ ວຽງຂັນ ພິໄຊ ຮອງຫົວໜ້າສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 15 ພຶດສະພາ 2021 ວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນທົ່ວປະເທດ ເຊິ່ງປັດຈຸບັນ ສປປ ລາວ ເຮົາມີວັກຊີນຢູ່ 3 ຊະນິດຄື: ຊີໂນຟາມ (Sinopharm) ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ, ສະປຸສນິ ວີ (Sputnik V) ຈາກຣັດເຊຍ, ອັດຕຣາເຊເນກາ (AstraZeneca) ໄດ້ຮັບການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ຜ່ານໂຄງການໂຄແວັກ.

ໂດຍເລີ່ມໃຫ້ບໍລິການສັກວັກຊີນ ມາແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ແລະ ຕົວເລກຫຼ້າສຸດວັນທີ 14 ພຶດສະພາ ຜ່ານມາ ແມ່ນໄດ້ສັກໂດສທີ1 ໄດ້ 493.481 ເຂັມ ແລະ ສັກຄົບໂດສທີ 2 ມີ 89.166 ເຂັມ ໂດຍມີການບໍລິການໃນໂຮງໝໍແຂວງ 18 ແຂວງ, ໂຮງໝໍເມືອງ ແລະ ໜ່ວຍງານເຄື່ອນທີ່.

ສະເພາະນະຄອນຫຼວງວຽງຈັນ ແມ່ນມີໂຮງໝໍສູນກາງ 5 ແຫ່ງ, ຈຸດເຄື່ອນທີ່ມີຢູ່ສູນການຄ້າວຽງຈັນເຊັນເຕີ, ສູນການຄ້າລາວ-ໄອເຕັກ, ມະຫາວິທະຍາໄລສຸຂະພາບ (ດົງໂພສີ). ນອກຈາກນັ້ນ, ຍັງມີທີມເຄື່ອນທີ່ຂອງເມືອງລົງໃຫ້ບໍລິການຢູ່ຕາມສຳນັກງານ, ອົງການຕ່າງໆ.

ທັງນີ້, ວັກຊີນມີທັງໝົດ 1.536.000 ໂດສ ເຊິ່ງກວມເອົາປະຊາກອນ 760.000 ຄົນ ຫຼື ກວມເອົາ 10,3% ຂອງປະຊາກອນທົ່ວປະເທດ; ໄດ້ແຈກຢາຍໄປ 18 ແຂງໃນທົ່ວປະເທດແລ້ວ ແລະ ທຸກແຂວງກໍໃຫ້ບໍລິການໂດສທີ 1 ໃກ້ຈະສໍາເລັດແລ້ວຕາມວັກຊີນທີ່ມີ ແລະ ຄາດວ່າອາທິດໜ້າ ແມ່ນຈະໄດ້ເລີ່ມໃຫ້ບໍລິການໂດສທີ 2.


ທ່ານ ດຣ ນາງ ວຽງຂັນ ພິໄຊ ໃຫ້ຮູ້ຕື່ມອີກວ່າ: ການໃຫ້ວັກຊີນ ແມ່ນມີຄວາມສຳຄັນຫຼາຍເພື່ອປ້ອງກັນພະຍາດໂຄວິດ-19, ສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຈະຊ່ວຍຫຼຸດ, ຄວບຄຸມອັດຕາການລະບາດ ແລະ ຫຼຸດຄວາມຮຸນແຮງຂອງເຊື້ອພະຍາດລົງ ສຳລັບຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັ້ມ.


ດ້ານແຜນໃນຕໍ່ໜ້າ ລັດຖະບານເຫັນໄດ້ຄວາມສຳຄັນກ່ຽວກັບການຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ການໃຫ້ວັກຊີນ ກໍແມ່ນວິທີທີ່ຈະຄວບຄຸມພະຍາດດັ່ງກ່າວ. ສະນັ້ນ, ລັດຖະບານວາງຄາດໝາຍວ່າ 2021 ນີ້ ຈະສູ້ຊົນໃຫ້ບໍລິການວັກຊີນແກ່ປະຊາຊົນໃຫ້ໄດ້ 50% ຫຼື ກວມເອົາ 3.700.000 ຄົນ ຂອງປະຊາກອນທັງໝົດ ແລະ ຖ້າປະຊາຊົນໄດ້ຮັບການສັກວັກຊີນກວມ 50% ຂອງປະຊາກອນຈະຊ່ວຍຫຼຸດອັດຕາການຕິດເຊື້ອລົງເຊັ່ນ: ເມື່ອໄດ້ສັກວັກຊີນຄົບ 2 ເຂັ້ມ ຄວາມຮຸນແຮງຂອງເຊື້ອຈະຫຼຸດລົງ 50%, ການແຜ່ເຊື້ອຕໍ່ຄົນອື່ນຫຼຸດລົງ 50%. ສະນັ້ນ, ການໃຫ້ວັກຊີນແມ່ນຈະຊ່ວຍໃນການຄວບຄຸມການລະບາດໃນສັງຄົມ ແລະ ຊ່ວຍປະເທດຊາດ.


ສຳລັບວັກຊີນທັງ 3 ຊະນິດທີ່ໃຫ້ບໍລິການໃນ ສປປ ລາວ ແມ່ນມີຫຼາຍປະເທດໃນໂລກກໍໄດ້ນຳໃຊ້ວັກຊີນດັ່ງກ່າວ ແລະ ຈາກສະຖິຕິຕົວເລກການບໍລິການຜ່ານມາ ເກືອບ 7 ແສນຄົນແລ້ວ ທັງໂດສທີ 1 ແລະ ໂດສທີ 2 ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບ ເຊິ່ງຜ່ານການໃຫ້ບໍລິການມາ ຍັງບໍ່ພົບກໍລະນີທີ່ເສຍຊີວິດ, ຍັງບໍ່ມີກໍລະນີທີ່ແພ້ວັກຊີນແບບຮ້າຍແຮງ, ຜູ້ທີ່ຮັບວັກຊີນໄປສ່ວຍຫຼາຍຈະມີອາກາດເບົາບາງ ເຊິ່ງເປັນປະຕິກິລິຍາຂອງວັກຊີນເຊັ່ນ: ເຈັບຫົວ, ປວດຕົນຕົວ ຫຼື ຖືຄີງອຸ່ນ 1-2 ມື້ ອາການເຫຼົ່ານັ້ນຈະຫາຍໄປເອງ.