ຫົວພັນ ປະກາດຮັບລັດຖະກອນຄູ 16 ຕຳແໜ່ງ ອ່ານລາຍລະອຽດດ່ວນ

2098

ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ອອກແຈ້ງການ ສະບັບເລກທີ 35 ລົງວັນທີ 14 ພຶດສະພາ 2021 ເລື່ອງ : ການສອບເສັງຄັດເລືອກ ເອົາຄູບາງສາຂາວິຊາທີ່ຈຳເປັນ.

ເປັນຕົ້ນແມ່ນສະເພາະຄູສອນຊາບວ່າ ຈະໄດ້ຈັດຕັ້ງສອບເສັງຄັດເລືອກເອົາຄູບາງວິຊາ ຈໍານວນ 16 ຕົວເລກ ລາຍລະອຽດມີຄື:
ຄູຊັ້ນອະນຸບານ 3 ຕົວເລກ, ຄູໄອຊີທິ 2 ຕົວເລກ, ຄູສິລະປະກໍາ 1 ຕົວເລກ, ຄູສິລະປະດົນຕີ 1 ຕົວເລກ, ຄູວິທະຍາສາດທຳມະຊາດ 1 ຕົວເລກ, ຄູເຄມີສາດ 4 ຕົວເລກ, ຄູຊີວະສາດ 1 ຕົວເລກ, ດູຟີຊິກສາດ 2 ຕົວເລກ ແລະ ຄູຄະນິດ 1 ຕົວເລກ ເພື່ອບັນຈຸໃສ່ບັນດາໂຮງຮຽນ ທີ່ມີຄວາມຈຳເປັນຢູ່ແຂວງ ຫົວພັນ.

ຮັບເອກະສານນັບແຕ່ວັນທີ 17-20 ພຶດສະພາ 202.1 (ພະແນກສຶກສາແຂວງ) ສອບເສັງໃນວັນທີ 22 ພຶດສະພາ 2021 (ພະແນກສຶກສາແຂວງ). ສຳລັບເງື່ອນໄຂຜູ້ສະໝັກ 1. ເປັນພົນລະເມືອງລາວ, ມີພູມລໍາເນົາຢູ່ແຂວງຫົວພັນ; 2. ມີມະນຸດສໍາພັນດີ, ມີສຸຂະພາບແຂງແຮງ; 3. ສາຂາວິຊາ ຄູອະນຸບານ ລະດັບວິຊາສະເພາະ ຕ້ອງຈົບຊັ້ນກາງຂື້ນໄປ; 4. ສາຂາວິຊາ ຄູສິລະປະກຳ, ຄູສີລະປະດົນຕີ ລະດັບວິຊາສະເພາະ ຕ້ອງຈົບຊັ້ນກາງ ຂຶ້ນໄປ; 5. ສາຂາວິຊາ ຄູໄອຊີທີ, ຄູວິທະຍາສາດທໍາມະຊາດ, ຄູເຄມີສາດ, ຄູຊີວະສາດ, ຄູພີຊິກສາດ ແລະ ຄູຄະນິດສາດ ລະດັບວິຊາສະເພາະ ຕ້ອງຈົບປະລິນຍາຕີ ຂື້ນໄປ; 6. ຕ້ອງມີຄະແນນສະເລ່ຍຈົບວິຊາສະເພາະ 2.80 ຂື້ນໄປ. 7. ເອກະສານສະໝັກປະກອບມີ: 1.ໃບຄໍາຮ້ອງ, 2. ໃບປະກາດວິຊາສະເພາະ, 3. ໃບຄະແນນ, 4. ໃບຢັ້ງຢືນທີ່ຢູ່. ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດານັກສຶກສາ ມາເພື່ອຊາບ ແລະ ປະກອບເອກະສານໃຫ້ທັນຕາມກໍານົດເວລາ.