15 ພຶດສະພາ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ72 ຄົນ, ປິ່ນປົວດີໃໝ່ 42 ຄົນ

355

ຄະນະສະເພາະກິດ ຖະແຫຼງວັນນີ້  ພົບກໍລະນີຕິດເຊື້ອໃໝ່ 72ຄົນ  ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມເປັນ 1.570ຄົນ, ໃນນີ້ປິ່ນປົວດີໃຫມ່42 ຄົນ  ລວມປິ່ນປົວດີສະສົມ555ຄົນ, ບໍ່ມີກໍລະນີເສຍຊິວິດເພີ່ມ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ  ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມທ່ານດຣ.ນາງວຽງຂັນ  ພິໄຊ ຮອງຫົວໜ້າສູນແມ່ແລະເດັກ  ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ 15 ພຶດສະພາ 2021 ວ່າ: ວັນທີ14 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອທັງໝົດ 6.680ຕົວຢ່າງ ຜົນກວດພົບ72 ຄົນ ໃນນີ້ນະຄອນຫຼວງວຽງຈັນ 14 ຄົນ ແຂວງຈໍາປາສັກ 15 ຄົນ(ນໍາເຂົ້າ), ແຂວງສະຫວັນນະເຂດ 6ຄົນ(ນໍາເຂົ້າ), ແຂວງບໍ່ແກ້ວ(ເມືອງຕົ້ນເຜິ້ງ) 37ຄົນ.

ມາຮອດປັດຈຸບັນມີຜູ້ຕິດເຊື້ອສະສົມ 1.570ຄົນ, ປິ່ນປົວດີໃຫມ່42 ຄົນ ປິ່ນປົວດີສະສົມ555ຄົນ, ເສຍຊີວິດໃໝ່ 0 ຄົນ ເສຍຊີວິດສະສົມ2 ຄົນ, ກຳລັງປິ່ນປົວ 1.013ຄົນ.

ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;


ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຄັງຄັດ. ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ, ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ

ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ, ທ່ານສາມາດຕື່ມຂໍ້ມູນເພີ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາລະນາການສັກວັກຊີນ ໃຫ້ແກ່ທ່ານ.


ການອອກກໍາລັງກາຍເເມ່ນກິດຈະກໍາໜຶ່ງທີ່ດີ ເພື່ອເຮັດໃຫ້ສຸຂະພາບແຂງແຮງ ແລະ ສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການຕ້ານກັບພະຍາດຕ່າງໆ ແຕ່ໃນໄລຍະທີ່ກໍາລັງມີການລະບາດນີ້ ຂໍຮຽກຮ້ອງມາຍັງທຸກໆທ່ານ ໃຫ້ອອກກໍາລັງກາຍຢູ່ບ້ານຢູ່ເຮືອນຂອງຕົນເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ.


ບັນຫາໜຶ່ງທີ່ສຳຄັນ ເວລາທ່ານໄປກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ພ້ອມທັງເບີໂທລະສັບຄວບຄົວຂອງຕົນເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ສະຫນັບສະໜູນໂດຍ: