ຟີຟາ ອະນຸຍາດໃຫ້ ລາປ໊ອກ ຍ້າຍຈາກທີມຊາດຝຣັ່ງ ໄປຮັບໃຊ້ ທີມຊາດແອັດສະປາຍ ລຸຍ ຢູໂຣ 2020

486

ສະຫະພັນບານເຕະນາໆຊາດ ( ຟີຟາ ) ຢືນຢັນອະນຸຍາດປ່ຽນທີມຊາດໃຫ້ກັບ ອາຍເມຣິກ ລາປ໊ອກ ກອງຫຼັງຂອງ ແມນເຊັສເຕີ ຊິຕີ້ ຍ້າຍຈາກການຫຼິ້ນໃຫ້ກັບທີມຊາດຝຣັ່ງ ໄປຫຼິ້ນໃຫ້ກັບ ແອັດສະປາຍ ຢ່າງເປັນທາງການແລ້ວ.

ລາປ໊ອກ ຫາກໍໄດ້ຮັບສັນຊາດແອັດສະປາຍ ເມື່ອບໍ່ເທົ່າໃດວັນທີ່ຜ່ານມາ ແລະ ຫຼ້າສຸດ ຟີຟາ ກໍອະນຸຍາດໃຫ້ຍ້າຍທີມຊາດເປັນທີ່ແນ່ນອນ ເຮັດໃຫ້ ລາປ໊ອກ ພ້ອມຈະຊ່ວຍທີມຊາດ ແອັດສະປາຍ ລົງແຂ່ງຂັນບານເຕະຢູໂຣ 2020 ທີ່ຈະຈັດຂຶ້ນໃນກາງປີ 2021.

ສໍາລັບ ລາປ໊ອກ ລົງຮັບໃຊ້ທີມຊາດຝຣັ່ງ ໃນຊຸດເຍົາວະຊົນຫຼາຍຮຸ່ນນັບແຕ່ ຢູ 17, 18, 19 ແລະ 21 ລົງແຂ່ງຂັນທັງໝົດ 51 ນັດ, ແຕ່ຍັງບໍ່ເຄີຍໄດ້ຫຼິ້ນໃຫ້ກັບ ທີມຊາດຝຣັ່ງຊຸດໃຫຍ່ເລີຍ ແລະ ກໍຮູ້ສຶກຜິດຫວັງທີ່ ດິດິເຢ ເດສຊ໊ອງ ຜູ້ຈັດການທີມຊາດຝຣັ່ງ ເບິ່ງຂ້າມ.

ເຫດຜົນທີ່ ລາປ໊ອກ ຍ້າຍທີມຊາດອີກອັນໜຶ່ງ ມີການລາຍງານວ່າ: ກ່ອນໜ້ານີ້ ຫຼຸຍ ເອັນຣິເກ ຜູ້ຈັດການທີມຊາດແອັດສະປາຍ ພະຍາຍາມທຸກວິທີທາງທີ່ຈະນໍາ ລາປ໊ອກ ມາຫຼິ້ນໃຫ້ກັບທີມຊາດແອັດສະປາຍ ໃຫ້ໄດ້ ໂດຍຫວັງຈະສົ່ງລາວລົງແຂ່ງຂັນບານເຕະ ຢູໂຣ 2020 ທີ່ຍ້າຍມາແຂ່ງຂັນກາງປີນີ້ ແລະ ມັນກໍກຽມຈະກາຍເປັນຄວາມຈິງ.