ແຈ່ວ ແມງດາ ຫອມໆ ບ່າຍເຂົ້າໜຽວຮ້ອນໆ ອາຫານພື້ນບ້ານ

1000

ແມງດາເປັນແມງໄມ້ຊະນິດໜຶ່ງ ທີ່ອາໄສຢູ່ນໍ້າ ເຊິ່ງເປັນທີ່ຮູ້ຈັກຂອງຄົນລາວ ເນື່ອງຈາກຈະມີກິ່ນຂິວ ຄ້າຍຄືກັບ ແມງແຄງ ເຊິ່ງໂຕຜູ້ຈະໃຫຍ່ກວ່າໂຕແມ່ ແລະ ຈະມີກິ່ນຂິວນັ້ນຫຼາຍກວ່າ ດັ່ງນັ້ນຄົນສ່ວນຫຼາຍຈຶ່ງນິຍົມເອົາມາຈີ່ແລ້ວ ກໍ່ຕຳແຈ່ວ.


ມື້ນີ້ເຮົາຈະພາມາເຮັດແຈ່ວແມງດາ: ແມງດາ 4-5 ໂຕ, ໝາກເຜັດ, ຫົວບົ່ວແດງ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວໃບ, ເກືອ, ແປ້ງນົວ, ໝາກເຂືອ (ຫຼາຍຄົນເອົາໝາກເຂື່ອມາຈີ່ຕຳໃສ່ນຳ ເນື່ອງຈາກກິ່ນແມງດາແຮງ ແລະ ເພີ່ມປະລິມານແຈ່ວ).
ຫຼັງຈາກຈີ່ແມງດາ, ຈີ່ຫົວບົ່ວ, ຫົວຜັກທຽມ, ໝາກເຜັດ ແລະ ໝາກເຂືອແລ້ວ ກໍ່ເອົາມາປອກເປືອກອີກຄ້າຍຄືເຮົາຈະຕຳແຈ່ວໝາກເຂືອ, ຈາກນັ້ນກໍ່ແກະປີກແມງດາອອກພ້ອມຕີນ, ສ່ວນຫົວ ແລະ ກີບສັນຫຼັງ ແລ້ວເອົາແຕ່ສ່ວນລຳໂຕມັນ, ສ່ວນກົ້ນແມ່ນຈີກກົ້ນມັນອອກຈະມີສ່ວນຂິວນັ້ນຢູ່ທີ່ກົ້ນເປັນສີຂາວ ສ່ວນໂຕແມ່ກໍ່ຈະມີໄຂ່ ໃຫ້ໃຊ້ບ່ວງຂູດເອົາແຕ່ທາງໃນ ເພາະທາງນອກມັນຫຍາບ.


ຈາກນັ້ນກໍ່ຕຳແມງດາໃຫ້ລະອຽດກ່ອນ ແລ້ວຈຶ່ງເອົາເກືອ, ແປ້ງນົວ, ຫົວຫອມທີ່ຈີ່ປອກເປືອກ, ໝາກເຜັດໃສ່ ຕຳໃຫ້ລະອຽດແລ້ວກໍ່ຕາມດ້ວຍໝາກເຂືອ ຕຳຈົນກວ່າຈະລະອຽດຕາມໃຈມັກແລ້ວກໍ່ຊີມລົດຊາດຕາມໃຈ ແລ້ວກໍ່ຕາມຫຼັງດ້ວຍການຊອຍຫອມປ້ອມ ແລະ ຜັກບົ່ວໃບໃສ່ ຕັກໃສ່ຖ້ວຍພ້ອມເສີບ, ຖ້າຈະໃຫ້ແຊບແບບເຖິງໃຈແທ້ໆແມ່ນບ່າຍກິນກັບເຂົ້າໜຽວອ່ອນໆໜຶ້ງໃໝ່ຍັງອຸ່ນໆແຊບສຸດ.