ຄະນະສະເພາະກິດເມືອງເຊບັ້ງໄຟ ລົງກວດກາ ຕິດຕາມສິນຄ້າ ຕາມທ້ອງຕະຫຼາດພາຍໃນເມືອງ

906

ໂດຍສືບຕໍ່ປະຕິບັດຕາມຄຳສັ່ງແນະນຳຂອງທ່ານເຈົ້າເມືອງວ່າດ້ວຍການຝັນຂະຫຍາຍຄຳສັ່ງຂອງເຈົ້າແຂວງໆຄຳມ່ວນ ວ່າດ້ວຍການກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ເຊິ່ງມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເອົາໃຈໃສ່ຢ່າງພິເສດໃນການຕິດຕາມ ແລະກວດກາສິນຄ້າໃນທ້ອງຕະຫຼາດເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ,ກັກຕຸນສິນຄ້າສະເພາະປະເພດສະບຽງອາຫານ ແລະ ອຸປະກອນການແພດປ້ອງກັນພະຍາດເຊັ່ນ: ຜ້າອັດປາກ,ເຈວລ້າງມື,ນ້ຳຢາຂ້າເຊື້ອ, ແລະ ອື່ນໆ.

ດັ່ງນັ້ນໃນວັນທີ່ 12 ພຶດສະພາ 2021 ນີ້ ຄະນະສະເພາະກິດ ຈິ່ງໄດ້ສົມທົບກັບຫ້ອງການອຸດສາຫະກຳການຄ້າ ເຊິ່ງນໍາໂດຍ ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ ຄະນະສະເພາະກິດສະກັດກັ້ນ ຄວບຄຸມ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ, ທ່ານ ຄຳມາ ພົມມະຈັນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງ.

ໄດ້ພ້ອມກັັນລົງເຄື່ອນໄຫວ,ກວດກາ,ຕິດຕາມລາຄາສິນຄ້າຕາມຫ້າງຮ້ານ ຂາຍຍົກ, ຂາຍຍ່ອຍ ທັງຄົນລາວ ແລະ ຕ່າງປະເທດພາຍໃນເມືອງ, ເຂດບ້ານຍາງໃຫຍ່, ເຂດບ້ານ ສັງ, ຕະຫຼາດໂຊກມີໄຊ ບ້ານຂົວເຊ ພ້ອມທັງຕະຫຼາດບຶງຫົວນາ. ທີ່ຈໍາໜ່າຍຂາຍປະເພດສະບຽງອາການເຊັ່ນ:ໝີ່ໄວໆ,ໄຂ່,ເຂົ້າສານຈ້າວ-ໜຽວ,ຊີ້ນ ,ປາ ແລະ ປະເພດອື່ນໆ ເຊິ່ງໃນການລົງເຄື່ອນໄຫວຕິດຕາມ,ກວດກາໃນຄັ້ງນີ້ແມ່ນໄດ້ມີການກວດກາສິນຄ້າຂາຍເກີນລາຄາ, ສິນຄ້າໝົດອາຍຸ, ກວດກາຕາຊິງ ເຫັນໄດ້ວ່າການລົງກວດກາໃນຄັ້ງນີ້ຖືວ່າລາຄາສິນຄ້າແມ່ນປົກກະຕິ.

.