ອອກມາແລ້ວ ຂໍ້ຕົກລົງເພີ່ມເຕີມນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດໂຄວິດ-19

5286

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງເພີ່ມເຕີມເລກທີ 356 /ທຫລ ນະຄອນຫຼວງວຽງຈັນ ລົງວັນທີ 13 ພຶດສະພາ 2021 ວ່າດ້ວຍການປະຕິບັດນະໂຍບາຍສິນເຊື່ອເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID–19)

ອີງຕາມ ຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດອັກເສບ ປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID–19) ສະບັບເລກທີ 238/ທຫລ, ລົງວັນທີ 26 ມີນາ 2020;  ອີງໃສ່ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ໃນຮອບທີ 2ເລີ່ມແຕ່ເດືອນ ເມສາ 2021 ເປັນຕົ້ນມາ.ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ:

ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດນະໂຍບາຍສິນເຊື່ອເພີ່ມເຕີມ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໃຫ້ແກ່ລູກຄ້າເງິນກູ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ເປັນພະນັກງານ ຫຼື ລູກຈ້າງ ຂອງຫົວຫນ່ວຍທຸລະກິດ ຫຼື ການຈັດຕັ້ງໃດຫນຶ່ງ ທີ່ຕ້ອງໄດ້ຢຸດ ກິດຈະການທັງຫມົດ ຫຼື ບາງສ່ວນ ລວມທັງແຮງງານອິດສະຫຼະທີ່ບໍ່ສາມາດສ້າງລາຍຮັບ ເນື່ອງຈາກໄດ້ຮັບຜົນ ກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ພາໃຫ້ບໍ່ໄດ້ຮັບເງິນເດືອນ ຫຼື ໄດ້ຮັບເງິນເດືອນສ່ວນໃດຫນຶ່ງ ຊຶ່ງບໍ່ສາມາດຊໍາລະຫນີ້ຂອງຕົນໃຫ້ແກ່ ທະນາຄານ ແລະ ສະຖາບັນການເງິນ ໄດ້ຕາມສັນຍາ,


ມາດຕາ 2. ນະໂຍບາຍເພີ່ມເຕີມ ມາດຕາ 3 ຂອງ ຂໍ້ຕົກລົງ 238/ທຫລ, ລົງວັນທີ 26 ມີນາ 2020, ນອກຈາກນະໂຍບາຍທີ່ໄດ້ກໍານົດໃນມາດຕາ 3 ຂອງຂໍ້ຕົກລົງ 238/ທຫລ ລົງວັນທີ 26 ມີນາ 2020 ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນປະຕິບັດນະໂຍບາຍເພີ່ມເຕີມຕໍ່ລູກຄ້າຂອງຕົນດັ່ງນີ້:
-ໃຫ້ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ບໍ່ຮັບເງິນຝາກ ເລື່ອນເວລາ ຊໍາລະຫນີ້ທັງຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ລູກຄ້າເງິນກູ້ (ປະເພດເງິນກູ້ເພື່ອການຊົມໃຊ້) ເປັນເວລາ 3 ເດືອນ ນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2021 ຕາມເງື່ອນໄຂທີ່ໄດ້ກໍານົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້;

-ໃຫ້ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ ເລື່ອນກໍານົດເວລາໃນການຈ່າຍຄ່າງວດໃນການເຊົ່າຊື້ ຫຼື ກໍານົດເວລາການໄຖ່ຖອນຊັບຊວດຈໍາເປັນເວລາ 3 ເດືອນ ນັບແຕ່ເດືອນພຶດສະພາ ຫາ ເດືອນ ກໍລະກົດ 2021 ຕາມເງື່ອນໄຂທີ່ໄດ້ກໍານົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້.


ມາດຕາ 3 ເງື່ອນໄຂໃນການພິຈາລະນາ
ໃນການພິຈາລະນາ ເລື່ອນກໍານົດເວລາຊໍາລະຫນີ້ ມີດັ່ງນີ້:  ລູກຄ້າທີ່ຈະໄດ້ຮັບນະໂຍບາຍເລື່ອນເວລາຊໍາລະຫນີ້ຕ້ອງແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ພາໃຫ້ບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ຫຼື ໄດ້ຮັບພຽງ ສ່ວນໃດຫນຶ່ງພາໃຫ້ບໍ່ສາມາດຊໍາລະຫນີ້ ຫຼື ຄ່າງວດໄດ້ ໂດຍມີການຢັ້ງຢືນຈາກບ່ອນເຮັດວຽກ ດັ່ງກ່າວ; ສໍາລັບລູກຄ້າທີ່ມີແຫຼ່ງລາຍຮັບຈາກການດໍາເນີນທຸລະກິດ ທີ່ໄດ້ຮັບຜົນກະທົບຈາກພະຍາດ CoVID-19 ແມ່ນໃຫ້ພິຈາລະນາຕາມຖານະການເງິນ ແລະ ສະພາບຕົວຈິງ.


ມາດຕາ 4 ການຈັດຕັ້ງປະຕິບັດ
ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມຄອງສະຖາບັນການເງິນ ມີຫນ້າທີ່ຕິດຕາມກວດກາການ ຈັດຕັ້ງປະຕິບັດນະໂຍບາຍທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແລະ ສັງລວມລາຍງານສະພາບການຈັດຕັ້ງປະຕິບັດດັ່ງກ່າວ ໃຫ້ແກ່ຄະນະຜູ້ ວ່າການຊາບເປັນແຕ່ລະເດືອນ ຢ່າງເປັນປົກກະຕິ.
– ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງປະຕິບັດນະໂຍບາຍສິນເຊື່ອຕໍ່ລູກຄ້າເງິນກູ້ຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 2 ຂອງຂໍ້ຕົກລົງສະບັບນີ້. ລູກຄ້າເງິນກູ້ ທີ່ມີເງື່ອນໄຂຕາມທີ່ກໍານົດໄວ້ໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ສາມາດແຈ້ງຂໍຮັບນະໂຍບາຍສິນເຊື່ອຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ເປັນເຈົ້າຫນີ້ຂອງຕົນ ໂດຍເຮັດຫນັງສືສະເຫນີຂໍນະໂຍບາຍເປັນລາຍລັກອັກສອນ ຫຼື ຜ່ານຊ່ອງທາງອື່ນຕາມການກໍານົດຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ພ້ອມທັງ ປະກອບເອກະສານຢັ້ງຢືນກ່ຽວກັບ ການເລີກຈ້າງ, ການຢຸດເຊົາການຈ່າຍເງິນເດືອນຊົ່ວຄາວ ຫຼື ການຈ່າຍເງິນເດືອນບາງສ່ວນ ເພື່ອເປັນຂໍ້ມູນໃນ ການພິຈາລະນາປະຕິບັດນະໂຍບາຍ.

ຫ້າມທະນາຄານທຸລະກິດ ແລະ ສະຖາບັນການເງິນ ຍຶດຫຼັກຊັບຄໍ້າປະກັນ, ປັບໃຫມ ແລະ ເກັບຄ່າທໍານຽມຕ່າງໆໃນການປະຕິບັດນະໂຍບາຍຕາມຂໍ້ຕົກລົງສະບັບນີ້.


ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງແຈ້ງໃຫ້ລູກຄ້າຂອງຕົນຊາບຢ່າງທົ່ວເຖິງຜ່ານ ເວັບໄຊ້ ຫຼື ຊ່ອງທາງອື່ນທີ່    ເຫມາະສົມ ກ່ຽວກັບການປະຕິບັດນະໂຍບາຍຕາມຂໍ້ຕົກລົງສະບັບນີ້, ພ້ອມທັງ ເອົາໃຈໃສ່ໃນການຕິດຕາມກວດກາສິນເຊື່ອທີ່ໄດ້ຮັບນະໂຍບາຍດັ່ງກ່າວຢ່າງໃກ້ຊິດ ແລະ ລາຍງານມາຍັງກົມ ຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ພາຍໃນວັນທີ 10 ຂອງແຕ່ລະເດືອນຕາມແບບຟອມທີ່ກໍານົດ.


ກໍລະນີລູກຄ້າຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບການປະຕິບັດນະໂຍບາຍສິນເຊື່ອຕາມທີ່ກໍານົດໃນຂໍ້ ຕົກລົງສະບັບນີ້ ຫຼື ຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID–19) ສະບັບເລກທີ 238/ທຫລ ລົງວັນທີ 26 ມີນາ 2020 ສາມາດຕິດຕໍ່ມາຍັງ ກົມຄຸ້ມຄອງທະນາຄານທຸລະກິດ ເບີໂທຕິດຕໍ່ 021 219825 ແລະ ກົມຄຸ້ມ ຄອງສະຖາບັນການເງິນ ເບີໂທຕິດຕໍ່ 021 244355.

ສະໜັບສະໜູນໂດຍ