ຄະນະສະເພາະກິດແຂວງບໍ່ແກ້ວ ລົງລາດຕະເວນຕາມຂອບເຂດຊາຍແດນແມ່ນໍ້າຂອງ

398

ຄະນະສະເພາະກິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 (Covid-19) ພ້ອມດ້ວຍທີມງານ ສົມທົບກັບກອງບັນຊາການທະຫານແຂວງ, ພະແນກທາງນໍ້າໂຍທາທິການແຂວງ ແລະ ເມືອງ ຈໍານວນ 22 ສະຫາຍ ໄດ້ລົງລາດຕະເວນຕາມຂອບເຂດຊາຍແດນແມ່ນໍ້າຂອງໃນວັນທີ 14 ພຶດສະພາ 2021 ແຕ່ຈຸດບ້ານປາກງາວ ຫາ ບ້ານດ່ານຖິ່ນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ; ເຂົ້າຮ່ວມກວດກາລາດຕະເວນໃນຄັ້ງນີ້ ມີທ່ານ ສຸວັດ ເພັງພະຈັນ ຮອງເຈົ້າເມືອງຫ້ວຍຊາຍ ຜູ່ຊີນໍາວຽກງານວັດທະນະທໍາ-ສັງຄົມ.


ການລົງກວດກາ-ລາດຕະເວນໃນຄັ້ງນີ້ ກໍເພື່ອຕິດຕາມ-ກວດກາ ການເຄື່ອນໄຫວ ແລະ ດຳລົງຊິວິດຂອງປະຊາຊົນບັນດາເຜົ່າຕາມແຄມແມ່ນໍ້າຂອງ ບໍ່ໃຫ້ມີການລັກລອບເຂົ້າ-ອອກເມືອງໂດຍບໍ່ຖືກຕ້ອງ, ການສວຍໃຊ້ໂອກາດຂົນສົ່ງສິນຄ້າເຖື່ອນ, ການຄ້າມະນຸດ, ອາວຸດ ແລະ ຢາເສບຕິດ ອັນເປັນການສ້າງຄວາມບໍ່ສະຫງົບສຸກ, ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຊາຍແດນທັງ 2 ຝັ່ງແມ່ນໍ້າຂອງ.


ເການລົງກວດກາລາດຕະເວນໃນຄັ້ງນີ້ເຫັນວ່າ: ປົກກະຕິ, ປະຊາຊົນທັງສອງຝັ່ງ ແມ່ນດຳລົງຊີວິດຕາມປົກະຕິ ມີການຫາປາ ແລະ ປູກຝັງຕາມແຄມແມ່ນໍ້າ ປະຊາຊົນສ່ວນຫຼາຍແມ່ນໄດ້ຍົກເຮືອຂື້ນບົກ ຫຼື ໃສ່ກະແຈໄວ້ ພາຍໃຕ້ການຄຸ້ມຄອງຂອງການຈັດຕັ້ງທີ່ຂື້ນກັບ ແຕ່ຍັງມີບາງພາກສ່ວນຍັງຜ່າຝືນຄໍາສັ່ງທີ່ຂັ້ນເທິງໄດ້ປະກາດ ລັກລອບເອົາເຮືອອອກ ໄປໄຫຼມອງ ແລະ ລັກລອບຂົນສົ່ງສິນຄ້າໃນຕອນຄໍ່າຄືນ, ໃນກໍລະນີດັ່ງກ່າວ ຫາກທາງເຈົ້າໜ້າທີ່ໄດ້ພົບເຫັນ ຈະມີການດຳເນີນຄະດີກັບບຸກຄົນທີ່ຝ່າຜືນຕໍ່ມາດຕະການ ຕາມລະບຽບກົດໝາຍຂອງບ້ານເມືອງ ເພື່ອເຮັດໃຫ້ບ້ານເມືອງມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ ແລະ ປອດໄພຈາກ ເຊື້ອພະຍາດ ໂຄວິດ -19.


ພາບ-ຂ່າວໂດຍ: ຮທ ນາຊູ ອິນທະບັນດິດ