ນ້ອງລີຊ່າ ຜູ້ປ່ວຍໂຄວິດທີ່ໄດ້ຮັບກຳລັງໃຈຫຼາຍສຸດໄດ້ອອກໂຮງໝໍແລ້ວ

354

ນ້ອງ​ລິ​ຊ່າ​ ໃນໄວ 7​ ປີ ຜູ້ໂຊກຮ້າຍໃຈຄວາມໂຊກດີ ເມື່ອກ່ອນບໍ່ມີໃຜຮູ້ນ້ອງລີຊ່າແມ່ນໃຜ ແຕ່ຫຼັງນ້ອງຕິດໂຄວິດ-19 ແລະໄດ້ເປ້ກະເປົາໄປໂຮງໝໍຢ່າງໂດດດດ່ຽວ ເຮັດໃຫ້ຫຼາຍຄົນນ້ຳຕາໄຫຼ ແລະສົ່ງກຳລັງໃຈໃຫ້ນ້ອງຢ່າງລົ້ນຫຼາມ, ທຸກຄົນທີ່ເຫັນການປະກົດຕົວນ້ອງກໍຍັງຄົງໄດ້ຮັບກຳລັງໃຈຢ່າງຕໍ່ເນື່ອງບໍ່ມີປ່ຽນແປງ.

ເຊິ່ງລົດກູ້ໄພໄດ້ໄປຮັບນ້ອງມາປິ່ນປົວຢູ່ໂຮງໝໍ​ເສດຖາທິຣາດ​ 19 ວັນຜ່ານໄປ ນ້ອງກໍໄດ້ກັບບ້ານຢ່າງປອດໄພ ໃນວັນທີ​ 13​ ພຶດສະພາ​ ​2021​ ຜ່ານມາ​ ໂດຍແພດໝໍໄດ້ພ້ອມກັນສົ່ງນ້ອງກັບບ້ານພາຍຫຼັງປິ່ນປົວຫາຍດີ ແລະ​ ໃຫ້ກັບໄປກັກຕົວຢູ່ເຮືອນຕື່ມອີກ 14​ ວັນ.


ຜູ້ເປັນແມ່ນ້ອງລິຊ່າ ໄດ້ໂພສຜ່ານເຟສບຸກຂອງຕົນວ່າ: ກ່ອນອື່ນຕ້ອງຂໍຂອບໃຈທາງພັກ-ລັດ ໂດຍສະເພາະກໍ່ຄືທາງແພດໝໍ ແລະ ຄະນະສະເພາະກິດທີ່ປະຈຳຢູ່ໂຮງໝໍເຊດຖາທິຣາດ ທີ່ເພິ່ນຮັບການປິ່ນປົວເບິ່ງແຍງດູແລຂ້າພະເຈົ້າ ແລະ ລູກສາວເປັນຍ່າງດີຕະຫຼອດໄລຍະເວລາ 19 ມື້,​ ຂອບໃຈທາງແພດໝໍ ແລະຄະນະສະເພາະກິດທຸກທ່ານທີ່ໄດ້ເອົາໃສ່ເສຍສະຫຼະເວລາສ່ວນຕົວຂອງພວກທ່ານເພື່ອມາປິ່ນປົວດູແລຄົນເຈັບ ເຊິ່ງກໍ່ຄືຂ້າພະເຈົ້າ ແລະ ລູກສາວ.


ຂໍຂອບໃຈອ້າຍເອື້ອຍລຸງປ້ານ້າອາທຸກໆຄົນທີ່ເປັນຫ່ວງເປັນໃຍຄອຍສົ່ງມາຖາມຂ່າວຄາວແລະໃຫ້ກຳລັງໃຈສອງແມ່ລູກເຮົາຕະຫຼອດມາ ( ເໝືອນດັ່ງຢາວິເສດອັນໜຶ່ງ ).


ມື້ນີ້ຖືວ່າເປັນມື້ດີຂອງສອງແມ່ລູກເຮົາທີ່ຈະໄດ້ກັບບ້ານ ແລະ ຈະປະຕິບັດຕາມຄຳແນະນຳຂອງແພດໝໍທຸກຢ່າງໂດຍສະເພາະກໍ່ຄືຕ້ອງໄດ້ກັກໂຕຢູ່ເຮືອນຕື່ມອີກເປັນເວລາ 14 ວັນ ແລະ ຂໍໃຫ້ຄົນເຈັບທີ່ກຳລັງຮັບການປິ່ນປົວໃຫ້ຊ່ວງເຊົາຈາກພະຍາດໂຄວິດ-19 ໂດຍໄວ.