ທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວຜູ້ໃໝ່

798

ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຜູ້ເກົ່າໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານອງົການກາແດງລາວຜູ້ໃໝ່ຢ່າງເປັນທາງການ.


ພິທິມອບ-ຮັບໜ້າທີ່ ປະທານອົງການກາແດງລາວຜູ້ເກົ່າ ແລະຜູ້ໃໝ່ ຈັດຂຶ້ນຕອນບ່າຍວັນທີ 14 ພຶດສະພາ 2021 ທີ່ອົງການກາແດງລາວ ກະຊວງແຮງງານ ແລະສະຫວັດດີການ ສັງຄົມໂດຍການເຂົ້າຮ່ວມ ແລະເປັນປະທານ ຂອງທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.


ໃນພິທີຄັ້ງນີ້ ໂດຍປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ທີ່ໄດ້ອະນຸມັດໃຫ້ທ່ານຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວຜູ້ເກົ່າ ອອກພັກການ-ຮັບອູດໜູນບໍານານ ແລະແຕ່ງຕັ້ງຍົກຍ້າຍທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານອົງການກາແດງລາວຜູ້ໃໝ່ ຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ.