ມີ​ຊາວ​ປາ​ແລັດ​ສະ​ຕິນ​ກ່​ວາ 100 ຄົນ ​ເສຍ​ຊີ​ວິດຈາກເຫດການ​ປະ​ທະ​ກັນ​ຢູ່ ເຂດກາຊາ

390
Palestinians inspect their destroyed houses following overnight Israeli airstrikes in town of Beit Hanoun, northern Gaza Strip, Friday, May 14, 2021. (AP Photo/Khalil Hamra)

(VOVWORLD) ຕອນຄ່ຳວັນທີ 13 ພຶດສະພາ, ກຳລັງຄວບຄຸມເຂດກາຊາ ໂດຍແມ່ນຂະບວນການມຸດສະລິມຮາມັສ ພ້ອມກັບກຸ່ມປະກອບອາວຸດ ໄດ້ຍິງລູກຈະຫຼວດຫຼາຍລູກໄປທາງທິດ ອິດສະລາແອນ.

ຕາມບົດລາຍງານຫຼ້າສຸດ ຂອງ ອົງການການແພດຂອງ ປາແລັດສະຕິນ ຢູ່ ເຂດກາຊາ ແລ້ວ, ມີຊາວປາແລັດສະຕິນ 103 ຄົນຖືກເສຍຊີວິດ ແລະ 580 ຄົນຖືກຮັບບາດເຈັບ ໃນບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອນ ທີ່ເລັ່ງໃສ່ເຂດດິນແດນນີ້ ນັບແຕ່ວັນທີ 10 ພຶດສະພາ. ໃນຈຳນວນຜູ້ປະສົບເຄາະຮ້າຍດັ່ງກ່າວ ມີເດັກນ້ອຍ 27 ຄົນ ແລະ ແມ່ຍິງ 11 ຄົນ.
ສະພາບການສູ້ຮົບຢູ່ເຂດນີ້ ຍັງຄົງມີການຜັນແປຢ່າງສັບສົນ. ຕອນຄ່ຳວັນທີ 13 ພຶດສະພາ, ກຳລັງຄວບຄຸມເຂດ Gaza ໂດຍແມ່ນຂະບວນການມຸດສະລິມຮາມັສ ພ້ອມກັບກຸ່ມປະກອບອາວຸດ ໄດ້ຍິງລູກຈະຫຼວດຫຼາຍລູກໄປທາງທິດ ອິດສະລາແອນ.

ແຕ່ວັນທີ 10 ພຶດສະພາ ມາຮອດປັດຈຸບັນ, ມີລູກຈະຫຼວດກ່ວາ 1.700 ໜ່ວຍທີ່ເລັ່ງໃສ່ບັນດາເທດສະບານຢູ່ທິດໃຕ້, ທິດກາງ ແລະ ເໜືອຂອງອິດສະລາແອນ. ໃນຂະນະນັ້ນ, ທ່ານໂຄສົກກອງທັບ ອິດສະລາແອນ ໃຫ້ຮູ້ວ່າ ໄດ້ດຳເນີນບັນດາເຫດບຸກໂຈມຕີທາງອາກາດໃສ່ 750 ເປົ້າໝາຍທີ່ແຕກຕ່າງກັນ ຢູ່ເຂດກາຊາ.