
ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 13 ພຶດສະພາຜ່ານມາວ່າ ທ່ານ ຢູຊາຄຸ ມາເອະຊາຫວະ ເສດຖີ ແລະ ເປັນນັກລົງທຶນຊາວຍີ່ປຸ່ນ ພ້ອມກັບ ທ່ານ ໂຢໂຊ ຮິຣາໂນະ ຜູ້ຊ່ວຍຂອງລາວ ຈະເດີນທາງໄປທ່ອງທ່ຽວສະຖານີອາວະກາດນານາຊາດ (ISS) ໃນທ້າຍປີນີ້.
ອີງຕາມການເປີດເຜີຍຂອງສຳນັກງານອາວະກາດ ຣອສຄອສມອສ ຂອງຣັດເຊຍ ລະບຸວ່າ: ເສດຖີຊາວຍີ່ປຸ່ນ ພ້ອມຜູ້ຊ່ວຍຂອງລາວ ຈະເດີນທາງໄປສະຖານີອາວະກາດ ISS ເປັນເວລາ 12 ວັນ ດ້ວຍຍານໂຊຢູສ MS-19 ຂອງຣັດເຊຍ ເຊິ່ງຈະຖືກປ່ອຍອອກຈາກສູນປ່ອຍຍານອາວະກາດ ໄບໂຄນູຣ໌ຄອສໂມໂດຣມ ປະເທດຄາຊັກສະຖານໃນວັນທີ 8 ທັນວາປີນີ້ ໂດຍທັງ 2 ຄົນຈະເລີ່ມເຂົ້າຝຶກອົບຮົມໃນເດືອນມິຖຸນາຈະເຖິງນີ້ ກ່ອນເດີນທາງສູ່ສະຖານີອາວະກາດນານາຊາດ.
ກ່ອນໜ້ານີ້ ທ່ານ ທ່ານ ຢູຊາຄຸ ມາເອະຊາຫວະ ປະກາດວ່າ ຈະເປັນນັກທ່ອງທ່ຽວຄົນທຳອິດຂອງໂລກ ທີ່ຈະເດີນທາງໄປທ່ອງທ່ຽວດວງຈັນດ້ວຍຍານສະຕາຣ໌ຊິພຂອງບໍລິສັດສະເປຊເອັກຊ໌ຂອງສະຫະລັດອາເມຣິກາ ເຊິ່ງຄາດວ່າ ຈະມີຂຶ້ນໃນປີ 2023.