ແຂວງເຊກອງ ສັບຊ້ອນຫົວໜ້າພະແນກ ແລະ ພະນັກງານ ຫຼາຍພະແນກການ

872

ໃນວັນທີ 12 ພຶດສະພາຜ່ານມາ ທີ່ສະໂມສອນແຂວງເຊກອງ ໄດ້ມີພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນຫົວໜ້າພະແນກການ ແລະ ພະນັກງານບາງພະແນກການຂັ້ນແຂວງ ໂດຍການເປັນ ປະທານ ຂອງທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ຫຼື ຮອງພະແນກການຂັ້ນແຂວງ ພ້ອມ ດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ, ທ່ານ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ແລະ ຜ່ານແຈ້ງການຂອງຄະນະປັບປຸງກົງຈັກການຈັດຕັ້ງລັດ ເລື່ອງການມອບ-ໂອນວຽກງານວິທະ ຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ສັບຊ້ອນ ຫຼື ໂຮມເຂົ້າກັນຕາມສາຍຕັ້ງຂອງບັນດາກະຊວງທີ່ໄດ້ ສັບຊ້ອນວຽກງານເຂົ້າໃສ່ (ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ, ລົງວັນທີ 11 ມີນາ 2021 ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ).


ທ່ານ ບຸນຫຼາຍ ບຸດທິ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 66/ຈຂ, ລົງວັນທີ 21 ເມສາ 2021 ວ່າດ້ວຍຍົກຍ້າຍ ທ່ານ ແພງສີ ສີລາວີ ຄະນະປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ໄປຮັບໜ້າທີ່ໃໝ່ ຢູ່ສະພາປະຊາຊົນແຂວງ; ຂໍ້ຕົກລົງ ສະບັບເລກທີ 24/ຈຂ.ຊກ, ລົງວັນທີ 23 ເມສາ 2021 ໂດຍແຕ່ງ ຕັ້ງ ທ່ານ ດາວວີ ສວຍທະລັງສີ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ; ຂໍ້ຕົກລົງ ສະບັບ ເລກທີ 26,27,28/ຈຂ.ຊກ ລົງວັນທີ 30 ເມສາ 2021 ໂດຍແຕ່ງຕັ້ງ ທ່ານ ສຸລະພົນ ໝື່ນວິເສດ ເປັນຜູ້ຊ່ວຍວຽກທ່ານເລຂາພັກແຂວງ-ເຈົ້າແຂວງ ລົງເລິກວຽກງານສັງລວມວຽກງານຂົງເຂດເສດຖະກິດ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ, ແຕ່ງຕັ້ງທ່ານ ວຽງໄຊ ວໍລິສິງ ເປັນ ຮອງຫົວໜ້າພະແນກໄປສະນີ-ໂທລະຄົມມະນາ ແລະ ການສື່ສານ, ແຕ່ງຕັ້ງທ່ານ ລໍາພັນ ແກ້ວມະຫາໄຊ ເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່;

ຂໍ້ຕົກລົງສະບັບເລກທີ 30, 31/ຈຂ.ຊກ, ລົງວັນທີ 7 ພຶດສະພາ 2021 ໂດຍແຕ່ງຕັ້ງທ່ານ ສຸພັນ ສາຍເຊກອງ ເປັນຜູ້ຊ່ວຍວຽກທ່ານເຈົ້າແຂວງ ລົງເລິກວຽກ ງານຂົງເຂດເສດຖະກິດ-ວັດທະນະທໍາ-ສັງຄົມ, ການປົກຄອງ, ວຽກງານກໍ່ສ້າງຮາກຖານການເມືອງ; ແຕ່ງ ຕັ້ງທ່ານ ສຸດສະນະ ສີຫາວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ຂໍ້ຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 04/ຄຈພຂ, ລົງວັນທີ 22 ເມສາ 2021 ໂດຍ ແຕ່ງຕັ້ງ ສະຫາຍ ຄໍາຈັນ ບຸບຜາທິລັດ ເປັນຮອງປະທານສະຫະພັນກໍາມະບານແຂວງ;

ຂໍ້ຕົກລົງ ສະບັບເລກທີ 32/ຈຂ.ຊກ ລົງວັນທີ 11 ພຶດສະພາ 2021 ວ່າດ້ວຍສັບຊ້ອນພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໄປຂຶ້ນກັບວຽກງານເຕັກໂນໂລຊີ ແລະ ການ ສື່ສານ, ວຽກງານອຸດສາຫະກໍາ ແລະ ການຄ້າ, ວຽກງານພະລັງງານ ແລະ ບໍ່ແຮ່, ວຽກງານສຶກສາ ແລະ ກິລາ ແລະ ວຽກງານກະສິກໍາ ແລະ ປ່າໄມ້ ທັງໝົດ 18 ທ່ານ, ຍິງ 7 ທ່ານ.

(ຂ່າວ-ພາບ: ພຸດທະສອນ)