ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດ ຝຣັ່ງປະຈໍາ ສປປ ລາວ

396

ວັນທີ 14 ພຶດສະພາ 2021 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະນໍາກະຊວງ ໄດ້ຕ້ອນຮັບທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ (Florene Jeanblan-Risler) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະຝຣັ່ງປະຈໍາ ສປປ ລາວ ເຂົ້າຢ້ຽມຄຳນັບໃນໂອກາດທ່ານຄໍາແພງ ໄຊສົມແພງ ໄດ້ຮັບເລືອກເປັນລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຄົນໃໝ່.

ໂອກາດດັ່ງກ່າວ ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວຕີລາຄາສູງຕໍ່ຜົນສໍາເລັດ ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະແມ່ນການຄ້າ ການລົງທຶນແມ່ນຈັດຕັ້ງປະຕິບັດຕາມສັນຍາລົງທຶນສອງຝ່າຍ (Bilateral Investment Agreement) ແລະ ສິດທິພິເສດ ທາງການຄ້າເຊັ່ນ: EBA( Everything But Arms)ທີ່ EUໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ.

ໄລຍະ5ປີຜ່ານມາຝຣັ່ງແມ່ນຄູ່ຄ້າ ອັນດັບ 24 ຂອງລາວ(ດ້ານການສົ່ງອອກ) ແລະ ອັນດັບ 19 (ດ້ານການນໍາເຂົ້າ);ບັນດາສິນຄ້າຫຼັກທີ່ລາວສົ່ງອອກມີ ເຄື່ອງນຸ່ງຮົ່ມ, ກາເຟ(ບໍ່ທັນໄດ້ປຸງແຕ່ງ), ເກີບ, ເຂົ້າ, ເຄມີ ແລະ ສານປະກອບອະນິນຊີ, ຂີ້ຄັ່ງ, ຍານຂີ້ຊີ, ນໍ້າຕານ, ຢາສູບ, ເມັດພືດ, ໝາກໄມ້ທີ່ມີນໍ້າມັນ, ເຟືອງ ແລະ ຫຍ້າ, ເຫຼົ້າ, ເບຍ, ວາຍ, ຊາ(ບໍ່ທັນໄດ້ປຸງແຕ່ງ) ແລະ ອື່ນໆ.


ສິນຄ້ານໍາເຂົ້າຫຼັກມີພາຫະນະທາງອາກາດ, ຊິ້ນສ່ວນອາໄຫຼ່, ເຫຼົ້າ, ເບຍ, ວາຍ, ອຸປະກອນກົນຈັກ, ເຄື່ອງມື ແລະ ອຸປະກອນທັດສະນະສາດ, ຊິ້ນສ່ວນອາໄຫຼ່ລົດ(ລວມທັງຢາງ, ແວ່ນ, ໂສ້), ນໍ້າຫອມ, ເຄື່ອງສໍາອາງ, ຜະລິດຕະພັນການຢາ, ເຄື່ອງໄຟຟ້າ, ສິ່ງປຸງແຕ່ງອື່ນໆ.


ໂອກາດດຽວກັນ ທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ໄດ້ສະແດງຄວາມຍິນດີທີ່ ທ່ານ ຄໍາແພງ ໄຊສົມແພງ ມາຮັບໜ້າທີ່ໃໝ່ຢູ່ກະຊວງ ອຄ ພ້ອມສະໜັບສະໜູນໃຫ້ການຮ່ວມມືບໍ່ວ່າຈະໃນອະດິດ ແລະ ຕໍ່ໜ້າ. ພ້ອມທັງຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຍຸດທະສາດການຮັບມືວິກິດໂຄວິດ-19 ຂອງຂະແໜງ ອຄ ໃນບັນດາໂຮງຈັກໂຮງງານອຸດສາຫະກຳ, ວິສາຫະກິດຂະໜາດນ້ອຍ, ໃຫຍ່, ວຽກງານຊັບສິນທາງປັນຍາ ໂດຍສະເພາະຮັບຮອງຖິ່ນກໍາເນີດຂອງຜະລິດຕະພັນລາວ, ບັນຫາການກະກຽມຄວາມພ້ອມດ້ານຕ່າງໆໃນການເປີດນໍາໃຊ້ເສັ້ນທາງລົດໄຟລາວ – ຈີນ ແລະ ບັນຫາອື່ນໆ.