ສະແດງຄວາມເສຍໃຈນຳຄອບຄົບຜູ້ເສຍຊີວິດ ຈາກໂຄວິດ-19 ອີກ1 ກໍລະນີ

472

ວັນທີ 14 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫລງຂ່າວປະຈຳວັນ

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວກ່າວວ່າ: ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ       1. 200ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ (15ຄົນແມ່ນກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກ ແລະ ອີກ1ຄົນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ). ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.498 ຄົນ, ເສຍຊີວີດໃໝ່ 1 ຄົນ(ເສຍຊິວິດສະສົມທັງໝົດ 2 ຄົນ).  ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 513 ຄົນ (ໃໝ່ 82 ຄົນ), ຍັງນອນສືບຕໍ່ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 983 ຄົນ.

ສຳລັບກໍລະນີເສຍຊີວີດໃໝ່ 1 ຄົນ: ທ່ານ ຮສ ດຣ ບົວເທບ ພູມີນ  ກ່າວວ່າ: ປະຫວັດຫຍໍ້ ຂອງກໍລະນີເສຍຊີວີດ ເພດຊາຍ ອາຍຸ 29 ປີ, ອາຊີບ ຫວ່າງງານ, ຢູ່ບ້ານ ວຽງຈະເລີນ ຮ່ອມ 8 ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ; ປະຫວັດສ່ວນຕົວ ນ້ຳໜັກ 100 ກວ່າກີໂລ, ດື່ມເຫຼົ້າ ແລະ ສູບຢາໄຟຟ້າ; ພະຍາດປະຈຳໂຕ ແມ່ນເບົາຫວານ ແລະ ຄວາມດັນສູງ.

ໃນວັນທີ 11 ພຶດສະພາ 2021 ເວລາ 11:00 ໂມງ ຜູ້ກ່ຽວເຂົ້າມາໂຮງໝໍສູນກາງ 103 ດ້ວຍອາການທີ່ເຂົ້າກັບນິຍາມກໍລະນີ SARI, ແພດໄດ້ປະເມີນອາການຜູ້ກ່ຽວໃນເບື້ອງຕົ້ນ ເຫັນວ່າ ມີອາການໜັກ ຈຶ່ງນຳສົ່ງຜູ້ກ່ຽວເຂົ້າຫ້ອງມໍລະສຸມ ICU ທັນທີ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ. ໃນວັນທີ 12 ພຶດສະພາ 2021 ຜົນກວດພົບເຊື້ອ COVID-19. ວັນທີ 13 ພຶດສະພາ 2021 ເວລາ 15:30 ໂມງ ຜູ້ກ່ຽວເສຍຊີວິດ.

ທ່ານ ຮສ ດຣ ບົວເທບ ພູມີນ ກ່າວຕື່ມວ່າ: ທີມແພດໝໍໄດ່້ພະຍະຍາມຊ່ວຍກອບກູ້ຊີວິດຜູ້ກ່ຽວຢ່າງເຕັມກຳລັງ ທັງແພດໝໍ ອຸປະກອນ ແລະ ຢາ. ແຕ່ກໍບໍ່ສາມາດຊ່ວຍເຫຼືອໄດ້ທັນ ເນື່ອງຈາກຜູ້ກ່ຽວເຂົ້າມາໂຮງໝໍຊ້າເກີນໄປແລ້ວ.

ຈາກບົດຮຽນຄັ້ງນີ້ ທ່ານ ຮສ ດຣ ບົວເທບ ພູມີນ ໄດ້ຮຽກຮ້ອງໃຫ້ທ່ານທີ່ໄປສະຖານທີ່ສ່ຽງ ທີ່ຄະນະສະເພາະກິດໄດ້ກ່າວມາໃນໄລນະຜ່ານມາ ໃຫ້ເຂົ້າມາກວດຫາເຊື້ອພະຍາດໂຄວີິດໂດຍດ່ວນ, ພ້ອມກັບແຍກປ່ຽວຈຳກັດບໍລິເວນຕົນເອງ ທັງນີ້ກໍເພື່ອຕົນເອງ, ຄອບຄົວ, ຊຸມຊົນ ແລະ ປະເທດຊາດ.