ປູກໝາກເຂືອແນວໃດໃຫ້ໄດ້ຮັບຜົນດີ ?

785

ໝາກເຂືອເປັນພືດທີ່ຈະເລີນເຕີບໂຕກັບດິນທຸກປະເພດ, ສະພາບດິນມີຄວາມຊຸ່ມຊື່ນພໍສົມຄວນຈິ່ງເຮັດໃຫ້ໝາກເຂືອມີຄວາມຈະເລີນເຕີບໂຕໄດ້ໄວ.

ຄໍລຳກະສິກຳໃນມື້ນີ້ຈະນຳພາທ່ານຜູ້ອ່ານໄປຮູ້ຈັກກັບຂັ້ນຕອນໃນການປູກໝາກເຂືອ ເຊິ່ງທ່ານສາມາດນຳເອົາຂັ້ນຕອນ ຫຼື ວິທີການປູກນີ້ ໄປປະຕິບັດ ຫວັງວ່າຈະເກີດປະໂຫຍດ ແລະ ສາມາດຮັບໝາກຜົນໄດ້.

1. ການກະກຽມໜານປູກ ຫຼື ຂຸມປູກ.

ໄຖ ຫຼື ຂຸດດິນເລິກປະມານ 10-15 ຊັງຕີແມັດ, ຈາກນັ້ນໃຫ້ຫວ່ານປູນຂາວ ທົ່ວໜານທີ່ໄຖແລ້ວຂຸດດິນໃຫ້ລະອຽດເພື່ອຈະໄດ້ຂຸດເປັນຂຸມ ໄລຍະຫ່າງຂອງຂຸມແມ່ນຂຶ້ນກັບຄວາມສະດວກໃນເວລາປະຕິບັດຕົວຈິງ. ຫຼັງຈາກທີ່ເຮັດສຳເລັດຮຽບຮ້ອຍແລ້ວໂຮຍຝຸ່ນໃສ່ຂຸມໃຫ້ລະອຽດ.

2. ການກຽມກ້າເບ້ຍ.

ໃນເວລາທີ່ເຮົາກ້າແກ່ນນັ້ນໄລຍະຫ່າງຂອງແຖວຄວນຫ່າງກັນປະມານ 10×10 ຊມ ໃຊ້ດິນປະສົມຝຸ່ນບົ່ມ ແລະ ເຟືອງປົກບາງໆ. ເມື່ອອາຍຸກ້າໄດ້ປະມານ 15-20 ມື້ ຄວນຖອນແຍກຕົ້ນພືດ.

อาจเป็นรูปภาพของ อาหาร

3. ວິທີປູກໝາກເຂືອ.

ໃນເວລາທີ່ເຮົາປູກຕົ້ນພືດນັ້ນ, ຄວນຂຸດຂຸມໃຫ້ມີໄລຍະຫ່າງລະຫວ່າງຕົ້ນແມ່ນ 30 ຊມ, ລະຫວ່າງແຖວ 80 ຊມ, ສ່ວນອາຍຸກ້າເບ້ຍ 25-30 ມື້ ຍ້າຍຕົ້ນຂຸມປູກຂຸມລະ 1 ຕົ້ນ.

4. ການບົວລະບັດຮັກສາ.

ການຫົດນ້ຳຄວນຫົດທຸກມື້ຢ່າງສະໝ່ຳສະເໝີ, ສະເພາະໃນລະດູຝົນຄວນຫົດແຕ່ຕອນເຊົ້າ. ສ່ວນການໃສ່ປຸ໋ຍຫຼັງຈາກເຮົາປູກໄດ້ 10 ມື້ໃສ່ຝຸ່ນເລັ່ງຄັ້ງທີໜຶ່ງໃນສູດ 15-15-15 ອັດຕາ 2 ກຣາມຕໍ່ຂຸມ. ຫຼັງຈາກທຸກ 15 ມື້ໃສ່ຄັ້ງທີສອງ 15-15-15 ຫຼື ຝຸ່ນບົ່ມ ອັດຕາ 2-3 ແລະ 20 ກຣາມຕໍ່ຂຸມ ແລ້ວຫົດໃນເນື້ອທີ່ 1-2 ຕາແມັດ. ສ່ວນພະຍາດທີ່ຈະມາລົບກວນເຮັດໃຫ້ພືດເຮົາມີຄວາມຈະເລີນເຕີບໂຕຊ້າແມ່ນ ໜອນເຈາະໝາກ ແລະ ເພ້ຍຕ່າງໆ.

อาจเป็นรูปภาพของ กลางแจ้ง

5. ອາຍຸການເກັບກ່ຽວ.

ໝາກເຂືອປ້ອມມີອາຍຸລະຫວ່າງ 45-60 ມື້ ພາຍຫຼັງກ້າເບ້ຍ, ໝາກເຂືອຍາວມີອາຍຸລະຫວ່າງ 60-80 ມື້ ພາຍຫຼັງກ້າເບ້ຍ (ນັບແຕ່ມື້ປູກ) ຄວນເກັບຜົນຜະລິດຫຼັງໃສ່ຝຸ່ນຢ່າງໜ້ອຍ 5-7 ມື້ ໂດຍການປິດເອົາໝາກເຂືອມາເພື່ອຂາຍ ຫຼື ສາມາດນຳໄປປະກອບເພື່ອປຸງແຕ່ງອາຫານໄດ້.

ທ່ານສາມາດນຳໄປປະຕິບັດ ແລະ ປູກທົດລອງໃນໄລຍະວິກິດແບບນີ້ເພື່ອໃຫ້ເກີດປະໂຫຍດຈາກການປູກພືດກະສິກຳໄດ້.

ທີ່ມາ: ກະເສດນາບົງ ເພື່ອການພັດທະນາ

ຮຽບຮຽງໂດຍ: ກໍລະກົດ