ຄລ໊ອບ ຊົມເຊີຍ ລິເວີພູລ ຫຼິ້ນໄດ້ດີ ລົ້ມແມນຢູ ເລື່ອນຂຶ້ນອັນດັບ 5 ຂອງຕາຕະລາງຄະແນນ

468

ເຈີເກັນ ຄລ໊ອບ ຜູ້ຈັດການທີມຂອງ ລິເວີພູລ ຊົມເຊີຍລູກທີມທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສົມຄວນເປັນຝ່າຍຊະນະ ຫຼັງຈາກທີ່ບຸກເອົາຊະນະ ແມນເຊັສເຕີ ຢູໄນເຕັດ 4-2 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 13 ພຶດສະພາ 2021.

ນັດດັ່ງກ່າວ ນາທານຽລ ຟິລລິບສ໌ ສະກັດບານຈາກລູກຍິງຂອງ ບຣູໂນ ແຟນັນເດສ ຜິດຫຼ່ຽມເຂົ້າປະຕູໄປ ເຮັດໃຫ້ ແມນຢູ ຂຶ້ນນໍາ 1-0 ຕັ້ງແຕ່ນາທີໆ 10 ແຕ່ ລິິເວີພູລ ມາໄດ້ 3 ປະຕູລວກຈາກການຍິງຂອງ ດີໂອໂກ ໂຊຕ້າ ນາທີໆ 34 ແລະ ໂຣແບໂຕ ຟິມີໂນ 2 ປະຕູນາທີໆ 45 ກັບ 47 ເຮັດໃຫ້ພິກແຊງຂຶ້ນນໍາ 3-1.

ຕໍ່ມາ ມາຄັສ ແຣຊຟອດ ຍິງໃຫ້ ແມນຢູ ໄລມາເປັນ 2-3 ນາທີໆ 68, ແຕ່ນາທີໆ 90 ໂມຮາເໝັດ ຊາລາ ມາຍິງປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບ ລິເວີພູລ ເອົາຊະນະໄປ 4-2 ຈາກຜົນດັ່ງກ່າວເຮັດໃຫ້ ລິເວີພູລ ເກັບເພີ່ມເປັນ 60 ຄະແນນຈາກ 35 ນັດແຊງ ເວສແຮມ ຢູໄນເຕັດ ຂຶ້ນໄປຢູ່ອັນດັບ 5 ຂອງຕາຕະລາງຄະແນນລວມ ຕາມຫຼັງ ເຊລຊີ ທີມອັນດັບ 4 ທີ່ລົງແຂ່ງຂັນຫຼາຍກວ່າ 1 ນັດຢູ່ 4 ຄະແນນ ລຸ້ນກັນ 3 ນັດສຸດທ້າຍເພື່ອສິດໄປແຂ່ງຂັນ ຢູຟາ ແຊັມປ້ຽນລີກ ລະດູການໜ້າ.