ແມັກເກຣເກີ ແຊງ ເມສຊີ-ໂຣນັລໂດ ຂຶ້ນເປັນນັກກີລາທີ່ຮັ່ງມີທີ່ສຸດໃນຄັ້ງທໍາອິດ

1738

ຄໍເນີ ແມັກເກຣເກີ ນັກກີລາຕໍ່ສູ້ແບບປະສົມປະສານຈາກວົງການ UFC ແຊງ ລິໂອເນລ ເມສຊີ ກັບ ຄຣິສເຕຍໂນ ໂຣນັລໂດ 2 ນັກກີລາບານເຕະທີ່ມີຊື່ສຽງຂອງໂລກ ຂຶ້ນໄປເປັນນັກກີລາທີ່ຮັ່ງມີທີ່ສຸດໃນໂລກເປັນຄັ້ງທໍາອິດ ຈາກການຈັດອັນດັບຂອງ ຟອບສ໌ ວາລະສານດ້ານການເງິນທີ່ມີຊື່ສຽງຂອງໂລກ.

ແມັກເກຣເກີ ນັກມວຍຊາວໄອຣິຊ ສ້າງລາຍໄດ້ຢ່າງມະຫາສານຈໍານວນ 127 ລ້ານປອນ ຕະຫຼອດ 12 ເດືອນທີ່ຜ່ານມາ ໂດຍລາຍໄດ້ທີ່ສໍາຄັນໄດ້ຈາກການທີ່ຂາຍຫຸ້ນທີ່ເຫຼືອຂອງລາວກັບ Proper 12 ບໍລິສັດຜະລິດວິສກີ້ ຈໍານວນ 112 ລ້ານປອນ.

ຈາກຜົນດັ່ງກ່າວເຮັດໃຫ້ ແມັກເກຣເກີ ກາຍເປັນນັກກີລາທີ່ມີລາຍໄດ້ຫຼາຍທີ່ສຸດໃນຮອບ 12 ເດືອນທີ່ຜ່ານມາ ເອົາຊະນະ ລິໂອເນລ ເມສຊີ ອັນດັບ 2 ທີ່ມີລາຍໄດ້ຈໍານວນ 92 ລ້ານປອນ ແລະ ໂຣນັລໂດ ອັນດັບ 3 ມີລາຍໄດ້ຈໍານວນ 85 ລ້ານປອນ.