ເປັນເວລາ7ວັນແລ້ວ ທີ່ແຂວງຈໍາປາສັກບໍ່ມີກໍລະນີ ຕິດເຊື້ອຢູ່ໃນຊຸມຊົນ

1705

ໜັງສືພິມຈຳປາໃໝ່ ???????????????????????????????????? ????????????????????????????????????ລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ 2021 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ, ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນ  ໂດຍການຖະແຫຼງຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ.

ທ່ານ ດຣ ວຽງສີ ສຸພັກດີກ່າວວ່າ: ເປັນເວລາ7ວັນແລ້ວທີ່ແຂວງຈໍາປາສັກບໍ່ມີການຕິດເຊື້ອຢູ່ໃນຊຸມຊົນ, ການຕິດເຊື້ອໃໝ່ຜ່ານມາມີແຕ່ຜູ້ຕິດເຊື້ອທີ່ເປັນແຮງງານນໍາເຂົ້າຈາກປະເທດເພື່ອນບ້ານ.  ມື້ນີ້ທີ 14 ພຶດສະພາ ຕົວເລກຜູ້ຕິດເຊື້ອໃໝ່ ມີ 15 ຄົນ (ຕ້ອງລໍຟັງສູນກາງລາຍງານຕື່ມອີກ) ເປັນການຕິດເຊື້ອນໍາເຂົ້າໂດຍແມ່ນແຮງງານມາຈາກປະເທດໄທມີຄົນສາລະວັນ2ຄົນ,ສະຫວັນນະເຂດ4, ຄໍາມ່ວນ1, ນະຄອນຫຼວງວຽງຈັນ1ຄົນແລະອີກ7ຄົນແມ່ນແຂວງຈໍາປາສັກ.

ມາຮອດວັນທີ 14 ພຶດສະພາ 2021 ລວມຍອດຜູ້ຕິດເຊື້ອສະສົມທີ່ໄດ້ຮັບການປິ່ນປົວຢູ່ແຂວງຈໍາປາສັກມີທັງໝົດ 236 ຄົນ(ຕິດເຊື້ອນໍາເຂົ້າ119ຄົນ ແລະ ຕິດໃນຊຸມຊົນ117ຄົນ), ອອກໂຮງໝໍແລ້ວ45ຄົນ ຍັງສືບຕໍ່ປິ່ນປົວ191ຄົນ ປິ່ນປົວຢູ່ໂຮງໝໍສະໜາມ176ຄົນ, ແລະໂຮງໝໍໂພນທອງ15ຄົນ.

ສະພາບການລະບາດໃນຊຸມຊົນແມ່ນຫຼຸດຜ່ອນລົງ ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາບໍ່ຄວນປະໝາດ ຕ້ອງໄດ້ສືບຕໍ່ປະຕິບັດຕໍ່ມາດຕະການ ລອ໋ກດາວຈົນຮອດວັນທີ 20 ພຶດສະພາ 2021.

ດັ່ງນັ້ນພວກເຮົາຕ້ອງເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ບໍ່ໃຫ້ມີການລັກລອບເຂົ້າມາຕາມຊ່ອງທາງທໍາມະຊາດໂດຍບໍ່ຜ່ານ ເຈົ້າໜ້າທີ່ສະເພາະກິດດ່ານເດັດຂາດ ຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເພີ້ມທະວີການກວດກາລາດ ຕະເວນຕະຫຼອດ 24 ຊົ່ວໂມງ,
ຕໍ່ມາດຕະການເຝົ້າລະວັງການລະບາດໃນຊຸມຊົນ ແມ່ນມີຄວາມສໍາຄັນຫຼາຍເປັນຕົ້ນແມ່ນຜູ້ທີ່ມີອາ ການໄຂ້, ໄອ, ເຈັບຄໍ, ແໜ້ນໜ້າເອິກ, ຫາຍໃຈຍາກ, ດັງບໍ່ໄດ້ກິ່ນ, ລີ້ນບໍ່ຮູ້ລົດຊາດ ຕ້ອງຮີບຮ້ອນໄປເກັບຕົວຢ່າງກວດຫາເຊື້ອຢູ່ໂຮງໝໍຊຸມຊົນ9ເມືອງ, ນະຄອນ ແລະໂຮງໝໍແຂວງໃນ ເວລາລັດຖະການ ບໍ່ວ່າຈະເປັນວັນພັກພວກເຮົາກໍ່ກວດ ໃຫ້ໂດຍບໍ່ເສຍຄ່າໃດໆທັງຊີ້ນ.

ສະໜັບສະໜູນຂ່າວໂດຍ: